ECOWAS ຮຽກ​ໂຮມ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ມັນ

(VOVWORLD) -ບັນດາການນຳ ECOWAS ກໍຕີລາຄາສະພາບການໂດຍອີງໃສ່ບັນດາການຜັນແປຫວ່າງມໍ່ມານີ້ຢູ່ Mali, Guinea ແລະ Burkina Faso ໃນສະພາບການພາກພື້ນກໍຄືທົ່ວໂລກຖືກຜົນສະທ້ອນຈາກອະນຸພາກພື້ນ.
ECOWAS ຮຽກ​ໂຮມ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ມັນ - ảnh 1ທ່ານປະທານາທິບໍດີ Ghana, Nana Addo Dankwa Akufo-Addo (ພາບ: AFP/TTXVN)

ການນຳບັນດາປະເທດສະມາຊິກ ສະມາຄົມເສດຖະກິດ ອາຟະລິກາຕາເວັນຕົກ (ECOWAS) ໄດ້ດຳເນີນກອງປະຊຸມສຸດຍອດວິສາຫະກິດໃນວັນທີ 04 ມິຖຸນາ, ຢູ່ນະຄອນຫຼວງ Accra ຂອງ Ghana ເພື່ອຊອກຫາມາດຕະການແກ້ໄຂສະພາບການດ້ານການເມືອງ ຢູ່ Mali, Guinea ແລະ Burkina Faso.

ທ່ານປະທານາທິບໍດີ Ghana, Nana Addo Dankwa Akufo-Addo ເຊິ່ງເປັນປະເທດປະທານຂອງ ECOWAS ໄດ້ສະແດງຄວາມຫວັງວ່າ ECOWAS ຈະຊອກຫາມາດຕະການຍາວນານໃຫ້ແກ່ສະພາບດ້ານການເມືອງຂາດສະຖຽນລະພາບ ເຊິ່ງພວມພົ້ນເດັ່ນຂຶ້ນໃນພາກພື້ນໄດ້. ທ່ານ Akufo-Addo ຊີ້ແຈ້ງວ່າ ເປົ້າໝາຍຂອງ Burkina Faso ສ້າງຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທຳມະນູນຄືນໃໝ່, ຜ່ານນັ້ນ ຊ່ວຍບັນດາປະເທດຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ມະນຸດສະທຳໃນປັດຈຸບັນ. 

ທີ່ກອງປະຊຸມ, ບັນດາການນຳ ECOWAS ກໍຕີລາຄາສະພາບການໂດຍອີງໃສ່ບັນດາການຜັນແປຫວ່າງມໍ່ມານີ້ຢູ່ Mali, Guinea ແລະ Burkina Faso ໃນສະພາບການພາກພື້ນກໍຄືທົ່ວໂລກຖືກຜົນສະທ້ອນຈາກອະນຸພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ