ECOWAS ໃຫ້ຢຸດ​ຖາ​ນະ​ສະ​ມາ​ຊິກ​ຂອງ ມາ​ລີ

(VOVWORLD) -ວັນທີ 30 ພຶດສະພາ, ປະຊາຄົມເສດຖະກິດບັນດາປະເທດ ອາຟະລິກາ ຕາເວັນຕົກ (ECOWAS) ໄດ້ຢຸດຕິຖານະສະມາຊິກຂອງ ມາລີ ພາຍຫຼັງການກໍ່ລັດຖະປະຫານຄັ້ງທີ 2 ຂອງ ກອງທັບປະເທດນີ້.
ECOWAS ໃຫ້ຢຸດ​ຖາ​ນະ​ສະ​ມາ​ຊິກ​ຂອງ ມາ​ລີ - ảnh 1ທະຫານ ມາລີ (ພາບ: AA)

ທີ່ກອງປະຊຸມສຸດຍອດຂອງ ECOWAS ຖືກດຳເນີນຢູ່ນະຄອນຫຼວງ Accra ຂອງ ການາ, ການນຳບັນດາປະເທດຂອງປະຊາຄົມດັ່ງກ່າວກໍຮຽກຮ້ອງໃຫ້ ມາລີ ຕ້ອງໃຫ້ຄຳໝັ້ນສັນຍາຈະປະຕິບັດຕາມຄຳໝັ້ນສັນຍາດຳເນີນການເລືອກຕັ້ງປະທານາທິບໍດີໃນເດືອນ ກຸມພາ 2022 ພາຍຫຼັງໄລຍະຂ້າມຜ່ານແກ່ຍາວເປັນເວລາ 18 ເດືອນ. ຕາມທ່ານລັດຖະມົນຕີການຕ່າງປະເທດ ການາ Shirley Ayorkor Botchwey ແລ້ວ, ຄຳສັ່ງຢຸດຖານະສະມາຊິກຂອງ ມາລີ ອອກຈາກປະຊາຄົມ ECOWAS ມີຜົນສັກສິດໃນທັນທີ ຈົນຮອດກຳນົດເວລາສຸດທ້າຍແມ່ນ ທ້າຍເດືອນ ກຸມພາ ປີ 2022, ເຊິ່ງເປັນຈຸດເວລາທີ່ຕ້ອງມອບໂອນສິດອຳນາດໃຫ້ແກ່ລັດຖະບານຊຸດໃໝ່ທີ່ຫາກໍໄດ້ຮັບການເລືອກຕັ້ງຢ່າງມີປະຊາທິປະໄຕ.


ຕອບກັບ

ຂ່າວ/ບົດ​ອື່ນ