ECວາງແຜນການສ້າງຕັ້ງສູນຕ້ານການກໍ່ການຮ້າຍ

ECວາງແຜນການສ້າງຕັ້ງສູນຕ້ານການກໍ່ການຮ້າຍ - ảnh 1

(vovworld) – ​​ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ໃນ​ມໍ່ໆ​ມານີ້​ຂອງ​ລັດ​ຖະ​ສະ​ພາ ເອີ​ລົບ​, ຄະ​ນະ​ກຳ​ມະ​ການ ເອີ​ລົບ (EC) ໄດ້​ປະ​ກາດ​ຍຸດ​ທະ​ສາດ​ຮອດ​ປີ 2020 ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຕ້ານກໍ່​ການ​ຮ້າຍ, ອາດ​ຊະ​ຍາ​ກຳ​ທາງ​ເຄືອ​ຂ່າຍ ອີນ​ເຕີ​ເນັດ ແລະ ອາດ​ຊະ​ຍາ​ກຳ​ມີ​ການ​ຈັດ​ຕັ້ງ. ນີ້​ແມ່ນ​ໜຶ່ງ​ໃນ 10 ໜ້າ​ທີ່​ບຸ​ລິ​ມະ​ສິດ​ເຊິ່ງ​ທ່ານ​ປະ​ທານ EC Jean Claude Juncker ວາງ​ອອກ​ໃນ​ອາຍ​ຸ​ການ​ຂອງ​ຕົນ. ທ່ານ​ຮອງ​ປະ​ທານ EC Frans Timmetmans ຢັ້ງ​ຢື​ນ​ວ່າ: ບໍ່​ມ​ີ​ປະ​ເທດ​ສະ​ມາ​ຊິກ​ໃດ​ໆ​ ​ສາ​ມາດ​ຕ້ານ​ການກໍ່​ການ​ຮ້າຍ​, ອາດ​ຊະ​ຍາ​ກຳ​ທາງ​ເຄືອ​ຂ່າຍ ອີນ​ເຕີ​ເນັດ ແລະ ອາດ​ຊະ​ຍາ​ກຳ​ມີ​ການ​ຈັດ​ຕັ້ງ ພຽງ​​ລຳ​ພັງ​ຝ່າຍ​ດຽວໄດ້, ດັ່ງ​ນັ້ນ​ແຜນ​ການ​ຂອງ EC ​ຈະຜັນ​ຂະ​ຫຍານ​ການ​ເຄື່ອນ​ໄຫວ, ກະ​ກຽມ​ງົບ​ປະ​ມານ ແລະ ກົດ​ໝາຍ​ແມ່ນ​ເພື່ອ​ຮັບ​ມື​ກັບການ​ທ້າ​ທາຍ 3 ຢ່າງ​ດັ່ງ​ກ່າວ. EC ຄາດ​​ຄະ​ເນ​ວ່າ​ຈະ​​ສ້າງ​ຕັ້ງ​ສູນ​ຕ້ານການ​ກໍ່​ກາ​ນ​ຮ້າຍ​ຂອງ ເອີ​ລົບ ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ອົງ​ການ​ຕຳຫຼວດ ເອີ​ລົບ (Europol) ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ​ເມື່ອ​ສົມ​ທົບ​ຂໍ້​ມູນ​ຂ່າວ​ໃນ​ການ​ສືບ​ສວນ​ຂ້າມ​ຊາ​ດ​ທີ່ກ່ຽວ​ຂ້ອງ​ເຖິງ​ການກໍ່​ການ​ຮ້າຍ. ບັນ​ດາ​ຂໍ້​ສະ​ເໜີ​ຂອງ EC ຕ້ອງ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ລັດ​ຖະ​ສະ​ພາ ເອີ​ລົບ.


ຂ່າວ/ບົດ​ອື່ນ