ECເພີ່ມຈຳນວນເງິນເກືອບ13ລ້ານUSDຕື່ມອີກໜູນຊ່ວຍມະນຸດສະທຳຢູ່ຊູດັງໃຕ້

(VOVWORLD) -ວັນທີ 26 ພຶດສະພາ, ຄະນະກຳມະການເອີລົບ (EC) ໄດ້ຕົກລົງສະໜອງຈຳນວນເງິນເກືອບ 13 ລ້ານ USD ຕື່ມອີກເພື່ອໜູນຊ່ວຍມະນຸດສະທຳໃຫ້ແກ່ບັນດາຜູ້ຖືກເຄາະຮ້າຍຢ່າງໜັກໜ່ວງຈາກສົງຄາມ, ໄພທຳມະຊາດຢູ່ ຊູດັງໃຕ້. 
ECເພີ່ມຈຳນວນເງິນເກືອບ13ລ້ານUSDຕື່ມອີກໜູນຊ່ວຍມະນຸດສະທຳຢູ່ຊູດັງໃຕ້ - ảnh 1 (ພາບປະກອບ: AFP TTXVN)

ທີ່ການປະຊຸມຂ່າວຢູ່ນະຄອນຫຼວງ Juba, ຜູ້ອຳນວຍການໃຫຍ່ໂຄງການອາຫານໂລກ (WFP) ຢູ່ ຊູດັງໃຕ້ Joyce Luma ໃຫ້ຮູ້ວ່າ, ຈຳນວນເງິນດັ່ງກ່າວແມ່ນສົ່ງຜ່ານ WFP ເພື່ອອຸດໜູນໃຫ້ປະຊາຊົນຜູ້ຖືກຜົນສະທ້ອນຢ່າງໜັກໜ່ວງຢູ່ປະເທດອາຟະລິກາຕາເວັນອອກ. ກ່ອນໜ້ານັ້ນ, ສະຫະພາບອາຟະລິກາ ກໍ່ປະກອບຈຳນວນເງິນ 35 ລ້ານ USD ໃຫ້ບັນດາການເຄື່ອນໄຫວໃຈກູ້ສົນ ແລະ ໜູນຊ່ວຍມະນຸດສະທຳຢູ່ ຊູດັງໃຕ້ ໃນປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ