Edward Snowden ຖອນຄືນໃບຮ້ອງຂໍ ລົບໄພຢູ່ລັດເຊຍ

Edward Snowden ຖອນຄືນໃບຮ້ອງຂໍ ລົບໄພຢູ່ລັດເຊຍ - ảnh 1

(ພາບ:baomoi.com)

(vovworld)-  ​​ວັນ​ທີ 2/7, ທ່ານ Dimtry Peskov ​ໂຄສົກ​ວັງ Kremli ​ໃຫ້​ຮູ້​ວ່າ: ອາ​ດີດ​ພາລະ​ກອນ​ກົມ​ສືບ​ລາຊະການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ (CIA) Edward Snowden ​ໄດ້ຖອນ​ຄືນ​ໃບ​ຮ້ອງ​ຂໍ​ລົບ​ໄພການ​ເມືອງ​ຢູ່​ລັດ​ເຊຍ ພາຍຫລັງ​ທີ່​ມົດ​ສະກູ ວາງ​ເງື່ອນ​ໄຂ​ທີ່​ວ່າ: ຖ້າ​ທ່ານ​ຜູ້​ນີ້​ຢາກ​ລົບ​ໄພ​ຢູ່​ລັດ​ເຊຍ ຕ້ອງ​ຢຸດຕິ​ການ​ເປີດ​ເຜີຍ​ບັນດາ​ຂໍ້​ມູນສືບ​ລາຊະການ​ລັບ​ຂອງ​ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ວົງ​ການ​ນັກ​ຂ່າວ, ທ່ານ Dimtry Peskov ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, Edward Snowden ຍັງ​ຢູ່​ນະຄອນຫຼວງມົກສະ​ກູ. ຄຳ​ຖະ​ແຫຼງຂອງ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ລັດ​ເຊຍ ​ໄດ້​ຍົກ​ອອກ​ມາ ພາຍຫລັງ​ທີ່​ປະທານາທິບໍດີ Vladimir Putin ປະກາດ​ວ່າ ທ່ານ​ອາດ​ຈະ​ພິຈາລະນາ​ຂໍ້​ສະ​ເໜີ​ຂໍລົບ​ໄພ ຖ້າ​ຫາກ​ວ່າ Edward Snowden ຢຸດຕິ​ການ​ເປີດ​ເຜີຍ​ບັນດາ​ຄວາມ​ລັບ​ກ່ຽວຂ້ອງ​ເຖິງ​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ. ທ່ານ Putin ກໍ່​ຢືນຢັນ​ວ່າ Edward Snowden ບໍ່​ແມ່ນ​ນັກປະຕິບັດ​ໜ້າ​ທີ່​ພິ​ເສດ​ຂອງ​ລັດ​ເຊຍ ​ແລະ ບັນດາ​ອົງການ​ສືບ​ລາຊະການ​ລັບ​ລັດ​ເຊຍ ບໍ່​ຮ່ວມ​ມື​ກັບ​ບຸກຄົນ​ນີ້, ນັບ​ທັງ​ຈຸດ​ເວລາ​ປະຈຸ​ບັນ​ນີ້.

ຂ່າວ/ບົດ​ອື່ນ