Edward Snowden ບໍ່ທັນມີສິດຢ່າງພຽງພໍເພື່ອເປັນພົນລະເມືອງຂອງສະຫະພັນລັດເຊຍ

Edward Snowden ບໍ່ທັນມີສິດຢ່າງພຽງພໍເພື່ອເປັນພົນລະເມືອງຂອງສະຫະພັນລັດເຊຍ - ảnh 1
ອະດີດ​ພາລະ​ກອນ​ອົງການ​ສືບ​ລາຊະການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ Edward Snowden
(ພາບ: VOA)

(vovworld) - ອົງການ​ອົບ​ພະ​ຍົບສະຫະພັນ​ລັດ​ເຊຍ (FMS), ວັນ​ທີ 30/07 ​ໃຫ້​ຮູ້​ວ່າ, ອະດີດ​ພາລະ​ກອນ​ອົງການ​ສືບ​ລາຊະການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ (CIA) Edward Snowden ບໍ່​ສາມາດ​ກາຍ​ເປັນ​ພົນລະ​ເມືອງ​ຂອງ​ລັດ​ເຊຍ ຜ່ານ​ລະບຽບ​ການທີ່​ງ່າຍດາຍ​ໄດ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່ FMS Valdimir Burov​ ໃຫ້​ຮູ້​ວ່າ ບໍ່​ມີ​ເອກະສານ​ນິຕິ​ກຳ​ໃດ​ສ້າງ​ເງື່ອນ​ໄຂ​​ໃຫ້​ແກ່ Snowden ຄື​ແນວ​ນັ້ນ. ກ່ອນ​ໜ້າ​ນັ້ນ, FMS ​ໄດ້ກ່າວ​ເຕື່ອນວ່າ Edward Snowden ອາດ​ຈະ​ຖືກຄ້າງ​ໄວ້​ຢູ່​ສະໜາມ​ບິນ Sheremetyevo ຢູ່​ນະຄອນຫຼວງ ມົດສກູ ​ເຖິງ 6 ​ເດືອ​ນ. ​ໃນ​ຂະນະ​ນັ້ນ, ພະ​ແນ​ກອົບ​ປະຍົບ ມົດສກູ ສັງກັດ FMS ພວມ​ພິຈາລະນາ​ຂໍ້​ຕົກລົງ​ຈະ​ສະໜອງ​ກົດ​ລະບຽບ​ອາ​ໃສ​ຊົ່ວ​ຄາວໃຫ້ Snowden ​ໃນ​ຮອບ​ເວລາ 3 ​ເດືອນ​ຫຼື​ບໍ່. ຖ້າ​ຫາກ​ໄດ້​ສະໜອງ​ກົດ​ລະບຽບ​ດັ່ງກວ່າ ​ແລະ ຜ່ານການກວດ​ສຸຂະພາບ​ແບບ​ບັງຄັບ, Snowden ຈະ​​ໄດ້​ຮັບ​ໃບ​ຢັ້ງຢືນມາດຖານຂອງ​ພະ​ແນ​ກອົບ​ພະຍົບມົດສກູ.
ຂ່າວ/ບົດ​ອື່ນ