Edward Snowden ມີຂ່າວລັບກໍ່ຜົນເສຍຫາຍ ທີ່ໃຫ່ຍຫຼວງໃຫ້ແກ່ ອາເມລິກາ

Edward Snowden ມີຂ່າວລັບກໍ່ຜົນເສຍຫາຍ ທີ່ໃຫ່ຍຫຼວງໃຫ້ແກ່ ອາເມລິກາ - ảnh 1

​(ພາບ:xalo.vn)

(vovworld)- ​​​ນັກ​ຂ່າວ Glenn Greenwald ຜູ້​ໄດ້​​ແນະນຳ​ຢ່າງເປີດ​ເຜີຍ​ບັນດາ​ຂໍ້​ມູນຂ່າວທຳ​ອິດ​ກ່ຽວ​ກັບ​ລະບົບ​ສອດ​ແນມ​ໂລກ​ຂອງ​ອາ​ເມ​ລິ​ກາ ​ໂດຍ​ອະດີດ​ພາລະ​ກອນ​ອົງການສືບ​ລາຊະການ​ລັບ​ສູນ​ກາງອາ​ເມ​ລິ​ກາ ​Edward Snowden ​ເຜີຍລັບ ​ໄດ້​ຢືນຢັນ​ວ່າ: ອະດີດ​ພາລະ​ກອນ​ອົງການສືບ​ລາຊະການ​ລັບ​ຜູ້​ນີ້​ມີ​ຂ່າວ​ລັບ​ທີ່​ອາດ​ຈະ​ ”ກໍ່ຜົນ​ເສຍ​ຫາຍ​ອັນ​ໃຫ່ຍຫຼວງ​ໃຫ້​ແກ່​ລັດຖະບານ​ອາ​ເມ​ລິ​ກາ”. ທ່ານ lenn Greenwald ​​ແມ່ນ​ຜູ້ໄດ​​້​ເດີນທາງ​ມາ​ຮົງ​ກົງ (ຈີນ) ​ເມື່ອ​ເດືອນ​ກ່ອນ​ເພື່ອ​ຮັບ​ບັນດາ​ຂໍ້​ມູນ​ຂ່າວ​ສືບ​ລາສະການ​ລັບ​ທຳ​ອິດ​ຈາກ ​Edward Snowden ແລະ ສະໜອງ​ໃຫ້​ວົງ​ການ​ສື່​ມວນ​ຊົນ. ຕອບ​ສຳ​ພາ​ດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ລາຍ​ວັນ ”ຊົນ​ຊາດ” ຂອງ​ອັກ​ຊັງ​ຕິນ ສະບັບ​ອອກ​ວັນ​ທີ 13/7, ທ່ານ Glenn Greenwald ​ໃຫ້​ຮູ້​ວ່າ: Edward Snowden ມີ​ເອກະສານ​ເປັນ​ຈຳນວນ​ຫຼາຍ​ທີ່​ອາດ​ຈະ​ກໍ່​ຜົນ​ເສຍ​ຫາຍ​ໃຫ້​​ແກ່ລັດຖະບານ​ອາ​ເມ​ລິ​ກາ ຖ້າ​ຫາກ​ວ່າ​ມັນ​ຖືກ​ເປີດ​ເຜີຍຕໍ່​ມະຫາຊົນ. ​ແລະ ກໍ່ຕາມ​ທ່ານ Glenn Greenwald ​ແລ້ວ, ​ໃນ​ຈຳ​ນວນ​ເອກະສານ​ໄດ້​ຮັບ​ຈາກ Edward Snowden, ມີ​ຫຼາຍ​ຂໍ້​ມູນ​ຂ່າວ​ກ່ຽວຂ້ອງ​ເຖິງ​ອາ​ເມ​ລິ​ກາ​ລາ​ຕິນ, ​ໃນ​ນັ້ນມີ​ເອກະສານ​ເວົ້າ​ແຈ້ງ​ເລື່ອງ​ອາ​ເມ​ລິ​ກາ ​ເກັບ​ກຳ​ຂໍ້​ມູນ​ຂ່າວສືບ​ລາຊະການ​ລັບ​ຄື​ແນວ​ໃດ, ບັນດາ​ລາຍການ​ທີ່​ ວໍ​ຊິງ​ຕັນ ນຳ​ໃຊ້​ເພື່ຶອ​ເອົາ​ຂໍ້​ມູນ​ຂ່າວ, ການ​ຕິດຕາມ​ໂທລະສັບ ຫລື​ອີ​ແມວ​ຄັ້ງຕ່າງໆ​ໂດຍ​ປິດ​ລັບ​ໃນ​ແຕ່​ລະ​ວັນ​ຢູ່​ບັນດາ​ປະ​ເທດ​ຄື: ​ເມ​ຊິກ​ໂກ ​ແລະ ອັກ​ຊັງ​ຕິນ.

 

 

 

ຂ່າວ/ບົດ​ອື່ນ