Edward Snowden ເປີດເຜີຍບັນດາປະເທດ ເອີລົບເຂົ້າຮ່ວມໂຄງການ ສອດແນມອາເມລິກາ

Edward Snowden ເປີດເຜີຍບັນດາປະເທດ ເອີລົບເຂົ້າຮ່ວມໂຄງການ ສອດແນມອາເມລິກາ - ảnh 1

(ພາບປະກອບ:baotintuc.vn)

(vovworld)- ​​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ພວມ​ຖືກ​ຄ້າງ​ໄວ້​ຢູ່​ລັດ​ເຊຍ ​ແລະ ​ບໍ່​ທັນ​ຊອກ​ໄດ້ທາງ​ອອກ​ ຂະນະ​ທີ່​​ອຳ​ນາດ​ການ​ປົກຄອງ​ອາ​ເມ​ລິ​ກາ​ຕາມ​ລ່າ​ຢ່າງ​ຂ້ຽວຂາດ ນັ້ນ,     Edward Snowden-ອະດີດພາລະ​ກອນ​ອົງການ​ສືບ​ລາຊະການ​ລັບສູນ​ກາງ​ອາ​ເມ​ລິ​ກາ (CIA) ສືບ​ຕໍ່​ເປີດ​ເຜີຍ​ບັນດາ​ຄວາມ​ລັບ​ທີ່​ກ່ຽວ​ກັບ​ໂຄງການ​ຕິດຕາມ​ກວດກາ​ ທີ່ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ອາ​ເມ​ລິ​ກາ. ​ໃນ​ບົດ​ສຳພາດລົງ​ພິມ​​ໃນ​ໜັງສືພິມ​ລາຍ​ສັບ​ປະດາ Der Spiegel (​ເຢຍລະ​ມັນ) ສະບັບ​ອອກ​ວັນ​ທີ 7/7, ​    Edward Snowden ໃຫ້ຮູ້​ວ່າ: ​ໂຄງການ​ຕິດຕາມ​ກວດກາ​ອິນ​ເຕີ​ເນັດ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ (NSA) ​ໄດ້​ດຳ​ເນີນ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ໂດຍ​ມີ​ການ​ຮ່ວ​ມມື​ຂອງ​ຫລາຍ​ປະ​ເທດ​ມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ.     Edward Snowden ​ເປີດ​ເຜີຍ​ວ່າ: ກົມ​ພົວພັນ​ຕ່າງປະ​ເທດ ສັງກັດ NSA ມີໜ້າ​ທີ່​ປະສານ​ງານ​​ສຳລັບ​ວຽກ​ງານ​ສອດ​ແນມຂໍ້​ມູນ​ຂ່າວສານ​ລະຫວ່າງ NSA ​ແລະ ບັນດາ​ອົງການ​ສືບ​ລາຊະການ​ລັບ​ຕ່າງປະ​ເທດ, ລະອຽດ​ແມ່ນ​ບັນດາ​ປະ​ເທດ​ເອີ​ລົບ ​ແລະ ວິວັດ​ການ​ຮ່ວມ​ມື​ດັ່ງກ່າວ​ໄດ້​ຮັບ​ການຈັດຕັ້ງຢ່າງ​ລະມັດລະວັງ​ທີ່​ສຸດ​. ການ​ເປີດ​​ເຜີ​ຍດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ສະພາບ​ການ​ທີ່​ຫລາຍ​ປະ​ເທດ​ສະມາຊິກ​ອີ​ຢູ ພວມ​ອອກສຽງ​ຕຳ​ນິຕີ​ຕຽນ​ອາ​ເມ​ລິ​ກາ​ຢ່າງ​ແຮງ ຕໍ່​ຂໍ້​ມູນ​ຂ່າວທີ່​ວ່າ NSA ​ໄດ້​ຕິດຕັ້ງ​ເຄື່ອງ​ລັກ​ຟັງສຽງ​ຢູ່​ບັນດາ​ຫ້ອງການພົວພັນ​ຕ່າງປະ​ເທດ​ຂອງ​ອີ​ຢູ ຢູ່​ອາ​ເມ​ລິ​ກາ ​ແລະ ບຣຸກ​ແຊນ ປະ​ເທດ​ແບນ​ຊິກ. ທ່ານ​ປະທານ​ລັດຖະສະພາ​ເອີ​ລົບ​ຖືວ່າ: ​ເລື່ອງອາ​ເມ​ລິ​ກາ ຕິດຕາມ​ບັນດາ​ປະ​ເທດ​ເພື່ອ​ນມິດ ​ແລະ ພັນທະ​ທິດ​ແມ່ນ​ວຽກ​ງານ​ເກີນ​ຂອບ​ເຂດ​ໄດ້​ຮັບ​ການ​ອະນຸດ​ຍາດ.

 

 

ຂ່າວ/ບົດ​ອື່ນ