Edward Snowden ໄດ້ຈົດທະບຽນອາໄສຢູ່ລັດເສຍ ຢ່າງເປັນທາງການ

Edward Snowden ໄດ້ຈົດທະບຽນອາໄສຢູ່ລັດເສຍ ຢ່າງເປັນທາງການ - ảnh 1
(ພາບປະກອບ)

(vovworld) - ອະດີດ​ພາລະ​ກອນ​ອົງການ​ສືບ​ລາຊະການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ (CIA) Edward Snowden, ​ແມ່ນ​ຜູ້​ພວມ​ຖືກ​ອຳນາດ​ການ​ປົກຄອງ​ອາ​ເມ​ລິ​ກາ ຊອກ​ຈັບ​ຢ່າງ​ເຄັ່ງ​ຄັດ, ໄດ້​ຈົດ​ທະບຽນ​​ອາ​ໄສຊົ່ວຄາວຢູ່​ລັດ​ເສຍ ຢ່າງ​ເປັນ​ທາງ​ການ. ຕາມ​ທະນາຍຄວາມ​ຂອງ Snowden, ທ່ານ Anatoly Kucherena ແລ້ວ ກົດໝາຍ​ຂອງ​ລັດ​ເຊຍ ​ໄດ້ກຳນົດ​ວ່າ ຊາວ​ຕ່າງປະ​ເທດ​ທຸກ​ຄົນ​ຕ້ອງ​ຈົດ​ທະບຽນ​ກັບອົງການ​ອົບພະຍົບສະຫະພັນ​ລັດ​ເຊຍ (FMS) ກອນ​ທີ່​ໄດ້​ຮັບ​ໜັງ​ສື່​ອະນຸຍາດຢູ່​ອາ​ໄສ​​ໃນ​ເຂດ​ດິນ​ແດນ​ຂອງ​​ປະ​ເທດ​ນີ້. ກ່ອນ​ໜ້າ​ນັ້ນ, ວັນ​ທີ 01 ສິງຫາ, ​ Snowden ໄດ້​ອອກ​ຈາກ​ເຂດຜ່ານ​ແດນ​ຂອງສະໜາມ​ບິນ​ Sheremetyevo ຢູ່​ນະຄອນຫຼວງ ມົດສະກູ, ພາຍຫຼັງ​ທີ່ເຈົ້າ​ໜ້າ​ທີ່​ລັດ​ເຊຍ ອະນຸຍາດ​ໃຫ້ອາ​ໄສ​ຊົ່ວຄາວ​ເປັນ​ເວລາ 1 ປີ.         ​ໃນ​ຂະນະ​ນັ້ນ, ​​ເຫດການ​ດັ່ງກ່າວ​ສືບ​ຕໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ອາ​ເມ​ລິ​ກາ. ວັນ​ທີ 06 ສິງຫາ, ທຳນຽບຂາວ ​ໄດ້​ອອກ​ຖະ​ແຫຼ​ງວ່າ ​ໃນ 2, 3 ວັນ​ຕໍ່ໜ້າ ທ່ານ​ປະທານ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ​ຈະ​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ​ເລື່ອງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດກຸ່ມບັນດາ​ພື້ນຖານ​ເສດ​ຖະກິດ​ພວມ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນຂຶ້ນ (ຈີ 20) ​ເຊິ່ງຄາດ​ວ່າ ຈະ​ດຳ​ເນີນ​ໄປ​ຢູ່ St. Petersburg ​ໃນ​ເດືອນ​ກັນຍາ ​ຫຼື​ບໍ່. ຖະ​ແຫຼ​ງການ​ກໍ່​ຊີ້​ແຈ້ງວ່າ ທຳນຽບຂາວກໍ່​ຈະ​ພິຈາລະນາ​ເລື່ອງ​ທ່ານ​ປະທານາທິບໍດີ Obama ຈະຍົກ​ເລີກ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ກັບ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຫຼື​ບໍ່.
ຂ່າວ/ບົດ​ອື່ນ