EIU ຢືນຢັນແງ່ຫວັງເສດຖະກິດຂອງຫວຽດນາມມີສັນຍານດີພໍສົມຄວນ

EIU ຢືນຢັນແງ່ຫວັງເສດຖະກິດຂອງຫວຽດນາມມີສັນຍານດີພໍສົມຄວນ - ảnh 1

(vovworld)- ​​​​ຕາມ​ການ​ຕີ​ລາຄາຫວ່າງ​ແລ້ວ​ນີ້ຂອງ​ພະ​ແນ​ກຄາດ​ຄະ​ເນ, ​ໄຈ້​ແຍກ ​ແລະ ​ໃຫ້​ຄຳປຶກສາ​ຄວາມ​ສ່ຽງ​ (EIU) ຂຶ້ນ​ກັບ​ກຸ່ມ​ບໍລິສັດ “ນັກ​ເສດຖະກິດ” ຂອງ​ອັງກິດ ຊີ້​ແຈ້ງວ່າ: ພາຍຫລັງ​ສອງ​ສາມ​ປີ​ບັນລຸ​ການຈະ​ເລີ​ນ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ຕຳ່, ພື້ນຖານ​ເສ​ດຖະກິດ​ຫວຽດນາມ​ພວມ​ຜ່ານ​ຜ່າ​​ໄລຍະ​ຫຍຸ້ງຍາກ, ດ້ວຍ​ກະ​ແສ​ເງິນ​ລົງທຶນ​ເຂົ້າ​ຂົງ​ເຂດຜະລິດ​ຮັບ​ໃຊ້​ການ​ສົ່ງ​ອອກມີ​ສັນຍານ​ຟື້ນ​ຕົວ​ຄືນ​​ໃຫມ່. ​ເຖິງ​ວ່າ ຍັງ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ​ກໍ​ຕາມ ​ແຕ່​ຄວາມ​ສາມາດ​​ແກ້ງ​ແຍ້​ງຂອງ​ຫວຽດນາມ ພວມ​ປັບປຸງ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ປີ 2014 ​ແມ່ນບັນລຸ​ລະດັບ​ດີ​ພໍ​ສົມຄວນ ຍ້ອນ​ແຫ​ລ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ​ແລະ ວົງ​ເງິນ​ສົ່ງ​ອອກ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ​ປະຈຸ​ບັນ ການ​ເຕີບ​ໂຕ​ຂອງ​ຂົງ​ເຂດ​ລົງທຶນ​ຂອງ​ຕ່າງປະ​ເທດ​ຢູ່​ຫວຽດນາມ ສືບ​ຕໍ່​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ເປັນ​ຈຳນວນ​ຫລວງຫລາຍ. ຫວຽດນາມ ນັບ​ມື້​ນັບ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ເຂົ້າ​ຂົງ​ເຂດ​ຜະລິດ​ຮັບ​ໃຊ້​ການ​ສົ່ງ​ອອກ ຍ້ອນມີ​ບັນດາ​ທ່າ​ໄດ້​ປຽບ​ເມື່ອທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.​ໃນ​ອະນາຄົດ, ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ເຂດ​ປາຊີ​ຟິກ (TPP) ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ ອາຊີ ປາຊີ​ຟີ​ກ ​ໄດ້​ຮັບ​ຄວາມ​ຄອ່ງ​ຄອຍວ່າ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫລາຍ​ຢ່າງ​ໃຫ້​ແກ່​ບັນດາ​ນັກ​ສົ່ງ​ອອກ​ຢູ່​ຫວຽດນາມ, ​ໃນ​ນັ້ນ ມີ​ການ​ສຳ​ພັດ​ກັບ​ບັນດາ​ຕະຫລາດ​ມີ​ລາຍ​ຮັບ​ສູງຢ່າງ​ງາ່ຍດາຍ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ