Estoniaເພີ່ມທະວີ, ເປີດກ້ວາງການຮ່ວມມືກັບຫວຽດນາມ

Estoniaເພີ່ມທະວີ, ເປີດກ້ວາງການຮ່ວມມືກັບຫວຽດນາມ - ảnh 1
ທ່ານ Toomas Lukk ແລະ ທ່ານ​ເລ​ຮ່​ວາງກວນ
(ພາບ: Thanh Vũ/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 10/4, ທ່ານ​ເລ​ຮ່​ວາງກວນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ມີ​ການ​ຕ້ອນ​ຮັບ​ທ່ານ Toomas Lukk, ເອກ​ອັກ​ຄະ​ລັດ​ຖະ​ທູດ Estonia ປະ​ຈຳ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ Estonia ສະ​ເໜີ​ຕົວ​ສະ​ຖານ​ກົງ​ສູນ​ກິ​ຕິ​ມະ​ສັກ​ປະ​ຈຳ​ນະ​ຄອນ ໂຮ່​ຈີ​ມິນ. ທ່ານ ເລ​ຮ່​ວາງກວນ, ໃຫ້​ຮູ້​ວ່າ: ນັບ​ແຕ່​ເມື່ອ ຫວຽດ​ນາມ ແລະ Estonia ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ​ທາງ​ດ້ານ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ​ດີ​ພໍ​ສົ​ມ​ຄວນ, ສ່ວນ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ສຶກ​ສາບໍ່​ທັນ​ພັດ​ທະ​ນາ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ 2 ຝ່າຍ. ດັ່ງ​ນັ້ນ, ເລື່ອງ​ເປີດ​ສະ​ຖານ​ກົງ​ສູນ​ປະ​ຈຳ​ນະ​ຄອນ ໂຮ່​ຈີ​ມິນ ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ​ໃນຫຼາຍ​ຂົງ​ເຂດ.


ຂ່າວ/ບົດ​ອື່ນ