EU ກຳ​ນົດ​ວັນ​ເວ​ລາ​ຈັດ​ກອງ​ປະ​ຊຸ​ມ​ສຸດຍອດ

(VOVWORLD) -ກອງປະຊຸມສຸດຍອດຈະໄດ້ຮັບການຈັດໂດຍກົງ ຍ້ອນວ່າ ຢູ່ບັນດາກອງປະຊຸມສຸດຍອດທາງອອນລາຍ ການວາງອອກຂໍ້ຕົກລົງຖືກຊັກຊ້າລົງ ຍ້ອນບັນດາການນຳບໍ່ສາມາດພົບປະກັນ ຢູ່ບັນດາເຫດການຢູ່ນອກກອງປະຊຸມໄດ້ ແລະ ມີຄວາມວິຕົກກັງວົນກ່ຽວກັບສິດສ່ວນຕົວ.
EU ກຳ​ນົດ​ວັນ​ເວ​ລາ​ຈັດ​ກອງ​ປະ​ຊຸ​ມ​ສຸດຍອດ - ảnh 1ທ່ານປະທານສະພາເອີລົບ Charles Michel ກ່າວຄຳເຫັນທີການຖະແຫຼງຂ່າວ ຢູ່ Brussels, ປະເທດ ແບນຊິກ (ພາບ: AFP/TTXVN)

ວັນທີ 26 ເມສາ, ສະຫະພາບ ເອີລົບ (EU) ໄດ້ປະກາດຈະຈັດກອງປະຊຸມສຸດຍອດໂດຍກົງ ຢູ່ Brussels (ປະເທດ ແບນຊິກ) ໃນວັນທີ 25 ພຶດສະພາ ຈະມາເຖິງ ເພື່ອປຶກສາຫາລືກ່ຽວກັບວິກິດການໂລກລະບາດໂຄວິດ - 19, ບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາດກາດ ແລະ ການພົວພັນກັບ ລັດເຊຍ.

ກອງປະຊຸມສຸດຍອດຈະໄດ້ຮັບການຈັດໂດຍກົງ ຍ້ອນວ່າ ຢູ່ບັນດາກອງປະຊຸມສຸດຍອດທາງອອນລາຍ ການວາງອອກຂໍ້ຕົກລົງຖືກຊັກຊ້າລົງ ຍ້ອນບັນດາການນຳບໍ່ສາມາດພົບປະກັນ ຢູ່ບັນດາເຫດການຢູ່ນອກກອງປະຊຸມໄດ້ ແລະ ມີຄວາມວິຕົກກັງວົນກ່ຽວກັບສິດສ່ວນຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ