EU ຄັ​ດ​ຄ້ານ​ອາ​ເມ​ລິ​ກາ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຂອງ ສ​ປ​ຊ ຕໍ່​ອີີ​ຣານ​ຄືນ​ໃໝ່

(VOVWORLD) -ວັນທີ 20 ກັນຍາ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບເອີລົບ (EU) ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ໄດ້ປະຕິເສດຖະແຫຼງການແບບພຽງລຳພັງຝ່າຍດຽວຂອງອາເມລິກາ ກ່ຽວກັບການເຊື່ອມຕໍ່ຄືນບັນດາຄຳສັ່ງລົງໂທດຂອງ ສປຊ ທີແນໃສ່ອີຣານ.
EU ຄັ​ດ​ຄ້ານ​ອາ​ເມ​ລິ​ກາ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຂອງ ສ​ປ​ຊ ຕໍ່​ອີີ​ຣານ​ຄືນ​ໃໝ່ - ảnh 1ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບເອີລົບ (EU) (ພາບ: AFP/TTXVN)

ທ່ານ Borrell ໃຫ້ຮູ້ວ່າ ອາເມລິກາ ໄດ້ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ ແບບ ລຳພັງຝ່າຍດຽວໃນປີ 2018, ດັ່ງນັ້ນ ວໍຊິງຕັນ “ບໍ່ສາມາດເລີ່ມດຳເນີນວິວັດການຟື້ນຟູບັນດາຄຳສັ່ງລົງໂທດຕາມມະຕິສະບັບເລກທີ 2231 ຂອງ ສະພາຄວາມໝັ້ນຄົງ ສປຊ”. ທ່ານ Borrell ກໍ່ໃຫ້ຮູ້ວ່າ ບັນດາຄຳໝັ້ນສັນຍາກ່ຽວກັບການລົບລ້າງຄຳສັ່ງລົງໂທດໃນແຜນການກະທຳຮອບດ້ານລວມ (JCPOA, ຫຼືຂໍ້ຕົກລົງນິວເຄຼຍອີຣານ) ຍັງສືບຕໍ່ໄດ້ຮັບການນຳໃຊ້.

        ຜູ້ຕາງໜ້າການນຳຂັ້ນສູງ EU ເນັ້ນໜັກວ່າ ນັກປະສານງານຂອງ ຄະນະກຳມະການປະສົມ JCPOA, EU ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮັບປະກັນການຮັກສາ ແລະ ປະຕິບັດ JCPOA ຂອງ ອີຣານ ແລະ ບັນດາຝ່າຍເຂົ້າຮ່ວມຢ່າງຄົບຖ້ວນ. EU ຖືຂໍ້ຕົກລົງນີ້ແມ່ນເສົາຄ້ຳຕົ້ນຕໍໃນໂຄງປະກອບບໍ່ເຜີຍແຜ່ອາວຸດນິວເຄຼຍໃນທົ່ວໂລກ, ພ້ອມທັງຮຽກຮ້ອງໃຫ້ທຸກໆຝ່າຍ ສືບຕໍ່ປະຕິບັດຂໍ້ຕົກລົງ ແລະ ຈຳກັດ “ການກະທຳທີ່ອາດຈະຖືກຖືວ່າແມ່ນການປິນຂັ້ນໄດໃນສະພາບການປັດຈຸບັນ”.

ຕອບກັບ

ຂ່າວ/ບົດ​ອື່ນ