EU ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ໃນແຈ້ງການທີ່ໄດ້ເອົາລົງທາງສື່ສັງຄົມອອນລາຍ Twitter ໃນວັນທີ 21 ມີນາ, ທ່ານ Barend Leyts ໂຄສົກຂອງປະທານສະພາເອີລົບ ໃຫ້ຮູ້ວ່າການຕັດສິນໂດຍທ່ານ Charles Michel ປະທານສະພາເອີລົບ ຍົກອອກມາໃນສະພາບການທີ່ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ ຢູ່ບັນດາປະເທດສະມາຊິກ EU່ເພີ່ມຂຶ້ນສູງ.
EU ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມສຸດຍອດ ຂອງ EU ຢູ່ Brussels, ປະເທດ ແບນຊິກ (ພາບ: THX/TTXVN)

ກອງປະຊຸມສຸດຍອດສະຫະພາບ ເອີລົບ (EU), ຄາດວ່າຈະດຳເນີນເປັນເວລາ 2 ວັນໃນລະຫວ່າງ ວັນທີ 25 – 26 ມີນາ ຢູ່ Brussels (ປະເທດ ແບນຊິກ), ໂດຍຈະໄດ້ຮັບການຈັດຕັ້ງຂຶ້ນຕາມຮູບການທາງອອນລາຍຍ້ອນການລະບາດເຊື້ອພະຍາດໂຄວິດ - 19 ຄັ້ງທີ 3 ໃນພາກພື້ນທີ່ມີການຜັນແປຢ່າງສັບສົນ.

ໃນແຈ້ງການທີ່ໄດ້ເອົາລົງທາງສື່ສັງຄົມອອນລາຍ Twitter ໃນວັນທີ 21 ມີນາ, ທ່ານ Barend Leyts ໂຄສົກຂອງປະທານສະພາເອີລົບ ໃຫ້ຮູ້ວ່າການຕັດສິນໂດຍທ່ານ Charles Michel ປະທານສະພາເອີລົບ ຍົກອອກມາໃນສະພາບການທີ່ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ ຢູ່ບັນດາປະເທດສະມາຊິກ EU່ເພີ່ມຂຶ້ນສູງ. ຕາມແຜນການແລ້ວ, ກອງປະຊຸມສຸດຍອດ EU ຈະສຸມໃສ່ເຂົ້າບັນດາບັນຫາສຳຄັນ, ໃນນັ້ນມີຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19, ການພົວພັນລະຫວ່າງ ລັດເຊຍ ແລະ ຕວັກກີ.

ຕອບກັບ

ຂ່າວ/ບົດ​ອື່ນ