EU ຈັດ​ວາງ​ບັນ​ດາ​ມາ​ດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່​ອີ​ຣານ

(VOVWORLD) - ນີ້ແມ່ນການລົງໂທດຄັ້ງທີ 8 ຂອງ EU ຕໍ່ອີຣານ, ເຊິ່ງໄດ້ຍົກຍອດຈຳນວນສ່ວນບຸກຄົນ, ອົງການຂອງອີຣານ ຖືກ Eu ລົງໂທດຂຶ້ນເປັນປະມານ 160 ບຸກຄົນ, ອົງການ.
EU ຈັດ​ວາງ​ບັນ​ດາ​ມາ​ດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່​ອີ​ຣານ - ảnh 1ພາບປະກອບ: Stock

ວັນທີ 22 ພຶດສະພາ, ສະຫະພາບເອີລົບ (EU) ໄດ້ຈັດວາງບັນດາມາດຕະການລົງໂທດໃໝ່ຕໍ່ບັນດາເຈົ້າໜ້າທີ່ ແລະ ອົງການຂອງອີຣານ. ໃນບັນຊີລາຍຊື່ລົງໂທດຄັ້ງນີ້ມີກອງທຶນຮ່ວມມືຂອງກຳລັງພິທັກຮັກສາການປະຕິວັດອິດສະລາມ ອີຣານ  (IRGC)  ແລະ ອົງການນັກສຶກສາ Basij. ນອກຈາກນັ້ນ ຍັງມີເຈົ້າໜ້າທີ່ 5 ທ່ານທີ່ນອນກໃນບັນຊີລາຍຊື່ຖືກລົງໂທດລວມມີ: ຜູ້ບັນຊາການຕຳຫຼວດຂັ້ນສູງ 3 ທ່ານ, ເຈົ້າໜ້າທີ່ແຖວໜ້າກ່ຽວກັບການປ້ອງກັນຄວາມສະຫງົບທາງດ້ານອິນເຕີເນັດ 1 ທ່ານ ແລະ ໄອຍະການພາກພື້ນທ່ານໜຶ່ງ. ມາດຕະການລົງໂທດລວມມີການອາຍັດຊັບສິນ ແລະ ບໍ່ສະໜອງວີຊາ. ນີ້ແມ່ນການລົງໂທດຄັ້ງທີ 8 ຂອງ EU ຕໍ່ອີຣານ, ເຊິ່ງໄດ້ຍົກຍອດຈຳນວນສ່ວນບຸກຄົນ, ອົງການຂອງອີຣານ ຖືກ Eu ລົງໂທດຂຶ້ນເປັນປະມານ 160 ບຸກຄົນ, ອົງການ.

ຕອບກັບ

ຂ່າວ/ບົດ​ອື່ນ