EU ຈະລົງໂທດ ສປປ ເກົາຫລີ ແລະ ຊີຣີ ຢ່າງເຂັ້ມງວດ

EU ຈະລົງໂທດ ສປປ ເກົາຫລີ ແລະ ຊີຣີ ຢ່າງເຂັ້ມງວດ - ảnh 1
ລູກສອນໄຟUnha-3ຂອງພຽງຢາງ
ພາບ:internet


(vovworld)-  ບັນດາ​ນັກ​ການ​ທູດ 27 ປະ​ເທດ​ສະມາຊິກ EU (ອີ​ຢູ) ​​ໄດ້​ເຫັນ​ດີ​ຈັດ​ວາງ​ມາດ​ຕະການ​ລົງ​ໂທດ​ໃຫມ່​ຕ້ານ ສປປ ​ເກົາຫລີ ​ເພື່ອ​ຕອບ​ໂຕ້​ເລື່ອງ​ປະ​ເທດ​ນີ້​ດຳ​ເນີນ​ກໍລະນີ​ທົດ​ລອງ​ນິວ​ເຄຼຍ​ໃນ​ຕົ້ນ​ອາທິດ​ຜ່ານ​ມາ. ນີ້​ແມ່ນ​ຄຳ​ຕັດສິນ​ຖືກ​ຍົກ​ອອກ​​ໃນ​ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດ ສະຫະພາບ​ເອີ​ລົບ ຊື່​ງດຳ​ເນີນ​ໄປຢູ່ ບຣຸກ​ແຊນ ປະ​ເທດ​ແບນ​ຊິກ ​ໃນ​ວັນ​ທີ 18/2. ມາດ​ຕະການ​ລົງ​ໂທດ​ດັ່ງກ່າວ​ລວມມີ: ຫ້າມ​​ໄປ​ທ່ອງ​ທ່ຽວ, ພົວພັນ​ຕິດ​ຕໍ່​ດ້ານ​ການ​ເງິນ, ການ​ຄ້າ ​ແລະ ປິດ​ລ້ອມ​ຊັບ​ສິນ​ສຳລັບ​ສ່ວນ​ບຸກຄົນ ​ແລະ ອົງການ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິ​ວ​ເຄຼຍຂອງ​ພຽງ​ຢາງ. ນອກ​ນັ້ນ ຍັງ​ຫ້າມ​ນຳ​ເຂົ້າ, ສົ່ງ​ອອກ ພາກສ່ວນ​ຈຳນວນ​ຫນຶ່ງ​ໃນ​ລະບົບ​ລູກ​ສອນ​ໄຟ​ນຳ​ວິຖີ. ບັນດາ​ທະນາຄານ​ຂອງ ສປປ ​ເກົາຫລີ ບໍ່​ໄດ້​ອະນຸຍາດ​ເປີດ​ສາຂາ​ໃຫມ່​ຢູ່ ອີ​ຢູ ຫລື​ຮ່ວມ​ທຸລະ​ກິດ​ກັບ​ບັນດາ​ອົງການ​ການ​ເງິນ​ຂອງ​ອີ​ຢູ.

​ແລະ​ກໍ​ທີ່​ກອງ​ປະຊຸມ​ດັ່ງກ່າວ, ອີ​ຢູ ​ເຫັນ​ດີ​ຕໍ່​ກຳນົດ​ເວລາ​ຕື່ມ​ອີກ 3 ​ເດືອນ​ສຳລັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ຊີຣີ.

ຂ່າວ/ບົດ​ອື່ນ