EU ຊົມເຊີຍວິວັດການຮັບຮອງເອົາບັນດາສົນທິສັນຍາກ່ຽວກັບແຮງງານຂອງ ຫວຽດນາມ

(VOVWORLD) - ພ້ອມກັບສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານຂ້າມ ປາຊີຟິກ (CPTPP), ເຊິ່ງ EVFTA ແມ່ນບັນດາສັນຍາການຄ້າເສລີລຸ້ນໃໝ່

ສັນຍາການຄ້າເສລີ ຫວຽດນາມ - EU (EVFTA)  ຫາກໍ່ປະຕິບັດສຳເລັດຂັ້ນຕອນກວດກາດ້ານນິຕິກຳ, ກະກຽມມຸ່ງໄປເຖິງການລົງນາມທາງການ ແລະ ຫຼັງຈາກນັ້ນແມ່ນໃຫ້ສັດຕະຍາບັນ.

        ພ້ອມກັບສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ເຊິ່ງ EVFTA ແມ່ນບັນດາສັນຍາການຄ້າເສລີລຸ້ນໃໝ່, ດ້ວຍຈຸດພິເສດແມ່ນເນັ້ນໜັກເເຖິງສິດໃນການອອກແຮງງານ, ເພື່ອຮັບປະກັນວ່າຄວາມເສລີການຄ້າຈະປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ, ພ້ອມທັງຊ່ວຍໃຫ້ຜູ້ອອກແຮງງານ ແລະ ວິສາຫະກິດກໍ່ຄືໄດ້ຮັບຜົນປະໂຫຍດດ້ານເສດຖະກິດຢ່າງຍຸຕິທຳ.

        ບັນດາສັນຍາການຄ້າເສລີນີ້ ຮຽກຮ້ອງໃຫ້ທຸກໆຄົນເຂົ້າຮ່ວມຕ້ອງຮັບຮອງເອົາ ແລະ ຮັກສາບັນດາສິດໄດ້ກຳນົດໃນສົນທິສັນຍາພື້ນຖານ 8 ສະບັບຂອງອົງການແຮງງານສາກົນ (ILO). ປະຈຸບັນ, ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາ 5 ສະບັບແລ້ວ, ສ່ວນ 3 ສະບັບທີ່ຍັງເຫຼືອນັ້ນ ຫວຽດນາມ ໄດ້ສ້າງເປັນຂັ້ນຕອນລະອຽດ. ທ່ານເອກອັກຄະລັດຖະທູດ Bruno Angelet, ຫົວໜ້າຄະນະຜູ້ແທນສະຫະພາບເອີລົບ ປະຈຳ ຫວຽດນາມ, ຖືວ່າ:

        “ພວກຂ້າພະເຈົ້າຫວັງວ່າ ດ້ວຍໂຄງການດຳເນີນການປຶກສາຫາລືຂອງສະພາແຫ່ງຊາດໃນປີຈະມາເຖິງ ບັນດາສົນທິສັນຍາເຫຼົ່ານີ້ຈະໄດ້ຮັບການຮັບຮອງເອົາ, ພິເສດ, ບັນດາມາດຖານສາກົນສຳລັບ ຫວຽດນາມ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນຕໍ່ການພົບປະລະຫວ່າງຂ້າຫຼວງໃຫຍ່ການຄ້າ EU Cecilia Malmstrom ແລະ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ ຫວ່າງແລ້ວນີ້, ທ່ານລັດຖະມົນຕີໄດ້ໃຫ້ຮູ້ກ່ຽວກັບຄວາມສາມາດ ໃນປີຈະມາເຖິງວ່າ ສະພາແຫ່ງຊາດຈະໃຫ້ສັດຕະຍາບັນກົດໝາຍວ່າດ້ວຍແຮງງານສະບັບໃໝ່ ແລະ ທ້າຍປີຈະພ້ອມກັນໃຫ້ສັດຕະຍາບັນສົນທິສັນຍາເລກທີ 98. ຖ້າເຮັດໄດ້ຄືແນວນັ້ນຈະແມ່ນບາດກ້າວຕັ້ງໜ້າທີ່ສຸດ.”       

ຕອບກັບ

ຂ່າວ/ບົດ​ອື່ນ