EU ຊອກ​ຫາ​ວິ​ທີ​ການ​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງວັດ​ຖຸ​ດິບ​ຜະ​ລິດ​ວັກ​ຊິນ ຈາກອາ​ເມ​ລິ​ກາ

(VOVWORLD) -ຄະນະກຳມະການ ເອີລົບ (EC) ພວມມີແຜນການຕໍ່ກຳນົດເວລາກົນໄກຢ່າງໂປ່ງໄສ ແລະ ຄວບຄຸມການສົ່ງອອກວັກຊິນກັນໂຄວິດ - 19 ພາຍຫຼັງກົງໄກນີ້ສິນສຸດຢ່າງເປັນທາງການໃນວັນທີ 31 ມີນາຈະມາເຖິງ.
EU ຊອກ​ຫາ​ວິ​ທີ​ການ​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງວັດ​ຖຸ​ດິບ​ຜະ​ລິດ​ວັກ​ຊິນ ຈາກອາ​ເມ​ລິ​ກາ - ảnh 1ວັນຊິນກັນໂຄວິດ - 19 ຂອງ Moderna  ຢູ່ ເຢຍລະມັນ (ພາບ: AFP/TTXVN)

ສຳນັກຂ່າວສານ AFP ໄດ້ຄັດສະເໜີແຫຼ່ງຂ່າວຂອງ ເອີລົບ ໃນວັນທີ 6 ມີນາ ໂດຍໃຫ້ຮູ້ວ່າ, ສະຫະພາບເອີລົບ (EU) ຈະເລີ່ມການເຈລະຈາກັບ ວໍຊິງຕັນ ໃນວັນທີ 8 ມີນາ ເພື່ອແນໃສ່ຮັບປະກັນແຫຼ່ງສະໜອງວັດຖຸດິບຈາກ ອາເມລິກາ ເພື່ອຜະລິດວັກຊິນກັນ ໂຄວິກ - 19, ເຊິ່ງແມ່ນສິນຄ້າປະເພດທີ່ພວມຖືກຈຳກັດໃນການສົ່ງອອກ. ຕາມແຫຼ່ງຂ່າວດັ່າງກ່າວແລ້ວ, EU ແລະ ອາເມລິກາ ຢາກຮ່ວມມື, ສົມທົບກັນເພື່ອແນໃສ່ຫຼີກລ້ຽງການສ້າງຄວາມຊັກຊ້າ ໃຫ້ແກ່ບັນດານັກຜະລິດວັກຊິນຢູ່ເອີລົບ.

ຄະນະກຳມະການ ເອີລົບ (EC) ພວມມີແຜນການຕໍ່ກຳນົດເວລາກົນໄກຢ່າງໂປ່ງໄສ ແລະ ຄວບຄຸມການສົ່ງອອກວັກຊິນກັນໂຄວິດ - 19 ພາຍຫຼັງກົງໄກນີ້ສິນສຸດຢ່າງເປັນທາງການໃນວັນທີ 31 ມີນາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ