EU ຍົກອອກ “ຂໍ້ກຳນົດແດງ” ໃນບັນດາການເຈລະຈາດ້ານການຄ້າກັບອາເມລິກາ

(VOVWORLD) -ສະຫະພາບເອີລົບ (EU) ພ້ອມແລ້ວທີ່ຈະດຳເນີນບັນດາການເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າກັບອາເມລິກາ ແລະ ວາງອອກເປົ້າໝາຍການເຈລະຈາຂໍ້ຕົກລົງສະບັບໜຶ່ງໃນສຳເລັດກ່ອນທ້າຍປີ 2019.

ຄຳຖະແຫຼງດັ່ງກ່າວໂດຍທ່ານ Cecilia Malmstrom, ກຳມະການຜູ້ຮັບຜິດຊອບດ້ານການຄ້າຂອງ EU ຍົກອອກມາໃນວັນທີ 15 ເມສາ, ໃນສະພາບທີ່ກຸ່ມນີ້ ແລະ ອາເມລິກາ ຍັງຖືກຕົກຄ້າງໃນການແກ່ງແຍ້ງດ້ານການຄ້າ.

        ກ່ອນໜ້ານັ້ນ, ຄະນະກຳມະການເອີລົບ (EC) ຢູ່ບຣຸກແຊນ, ປະເທດແບນຊິກ, ຜູ້ຕາງໜ້າບັນດາປະເທດ EU ໄດ້ເປັນເອກະພາບນຳກັນ 2 ໄລຍະທາງໃນການເຈລະຈາທີ່ຈະມາເຖິງກັບອາເມລິກາ ດ້ານໜຶ່ງແມ່ນຫຼຸດຜ່ອນພາສີນຳເຂົ້າສິນຄ້າອຸດສາຫະກຳ ແລະ ອີກດ້ານໜຶ່ງແມ່ນຫຼຸດຜ່ອນ ບັນດາຂໍ້ກຳນົດອະນຸຍາດໃຫ້ບັນດາບໍລິສັດຂອງ 2 ຝ່າຍ ຕອບສະໜອງຕາມມາດຕະຖານຂອງອາເມລິກາ ຫຼື EU. ເຖິງຢ່າງໃດກໍ່ຕາມ, EU ໄດ້ປັດເຂ່ຍຂົງເຂດກະສິກຳອອກຈາກບັນດາການເຈລະຈາ, ອັນໄດ້ພາໄປເຖິງຄວາມບໍ່ລົງລອຍກັນລະຫວ່າງກຸ່ມສະຫະພັນລວມມີ 28 ປະເທດສະມາຊິກ ແລະ ອາເມລິກາ. ແຕ່ດົນນານມາແລ້ວ, ຍາມໃດວໍຊິງຕັນ ກໍ່ຮຽກຮ້ອງວ່າ ບັນດາການເຈລະຈາຕ້ອງລວມມີບັນດາຜະລິດຕະພັນກະເສດ.

ຕອບກັບ

ຂ່າວ/ບົດ​ອື່ນ