EU ຍາກ​ທີ່​ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ກອງ​ທຶນ​ຟື້ນ​ຟູ​ເສດ​ຖະ​ກິດ​ໂດຍ​ໄວ

(VOVWORLD) -ບັນດາປະເທດສະຫະພາບເອີລົບ (EU) ພວມກ້າວເຂົ້າໃກ້ຄວາມເຫັນດີເຫັນພ້ອມກ່ຽວກັບການນຳໃຊ້ງົບປະມານໄລຍະຍາວລວມເພື່ອຟື້ນຟູພື້ນຖານເສດຖະກິດທີ່ພວມຖືກໂລກລະບາດ Covid – 19 ທຳລາຍ, 
EU ຍາກ​ທີ່​ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ກອງ​ທຶນ​ຟື້ນ​ຟູ​ເສດ​ຖະ​ກິດ​ໂດຍ​ໄວ - ảnh 1ທ່ານ Charles Michel ປະທານສະພາເອີລົບ (ພາບ: AFP/TTXVN)

ເຖິງຢ່າງໃດກໍ່ຕາມ, ຕາມການໃຫ້ຂໍ້ສັງເກດແລ້ວ, ກອງປະຊຸມສຸດຍອດຂອງກຸ່ມຄາດວ່າຈະຈັດຂຶ້ນໃນວັນທີ 23 ເມສາ ຈະມາເຖິງນັ້ນ ກໍ່ຍັງບໍ່ສາມາດອອກຄຳຕັດສິນສຸດທ້າຍໄດ້ເທື່ອ ຍ້ອນວ່າຍັງມີ ລາຍລະອຽດຫຼາຍຢ່າງທີ່ສ້າງຄວາມໂຕ້ຖຽງກັນ. ໃນຈົດໝາຍເຊື້ອເຊີນບັນດາການນຳເຂົ້າຮ່ວມກອງປະຊຸມສຸດຍອດ, ທ່ານ Charles Michel ປະທານສະພາເອີລົບໃຫ້ຮູ້ວ່າ ກອງທຶນຟື້ນຟູ ຄວນໄດ້ຮັບການສ້າງຕັ້ງຂຶ້ນຍິ່ງໄວກໍ່ຍິ່ງດີ ໂດຍອີງໃສ່ງົບປະມານໄລຍະຍາວຕໍ່ໄປຂອງກຸ່ມໃຫ້ແກ່ໄລຍະປີ 2021 – 2027.

        ພາຍຫຼັງກອງປະຊຸມສຸດຍອດນີ້, EC ຈະຍື່ນສະເໜີແຜນງົບປະມານອັບເດດໃນວັນທີ 29 ເມສາ, ລວມທັງກໍລະນີທີ່ວ່າ ກອງທຶນຟື້ນຟູ ກໍ່ ສາມາດ ເພີ່ມຂຶ້ນໂດຍ ອີງໃສ່ການຮັບປະກັນຂອງບັນດາປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ