EU ຕົກລົງລົງໂທດ ລັດເຊຍ ແລະ ເບລາຣຸດ

(VOVWORLD) - ບັນດາຄຳສັ່ງລົງໂທດໃໝ່ ຈະໄດ້ຍົກອອກສຳລັບ ລັດເຊຍ ຍ້ອນປະເທດນີ້ ບໍ່ຍົກອອກຄຳອະທິບາຍທີ່ເໝາະສົມໃຫ້ແກ່ເຫດບຸກຄົນຝ່າຍຄ້ານ ລັດເຊຍ Alexei Navalny ທີ່ຮັບຖືວ່າ ຖືກວາງຢາເບື່ອຢູ່ ລັດເຊຍ ເມື່ອທ້າຍເດືອນ ສິງຫາ 2020 ດ້ວຍປະເພດຢາເບື່ອທີ່ທຳລາຍເສັ້ນປະສາດ Novivchok. 
EU ຕົກລົງລົງໂທດ ລັດເຊຍ ແລະ ເບລາຣຸດ - ảnh 1ທ່ານ Josep Borrell ຂ້າຫລວງໃຫຍ່ຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ອີຢູ . ພາບ:  Jean-Christophe Verhaegen/Press Pool

  ວັນທີ 12 ຕຸລາ, ລັດຖະມົນຕີການຕ່າງປະເທດບັນດາປະເທດສະຫະພາບເອີຣົບ ໄດ້ສະໜັບສະໜູນບັນດາຂໍ້ສະເໜີໂດຍ ຝຣັ່ງ - ເຢຍລະມັນ ຍົກອອກມາກ່ຽວກັບເລື່ອງຈັດວາງບັນດາມາດຕະການລົງໂທດທີ່ແນໃສ່ ລັດເຊຍ ແລະ ເບລາຣຸດ ພາຍຫລັງເກີດບັນດາເຫດການໃນໄລຍະມໍ່ໆມານີ້ ເຊິ່ງກ່ຽວຂ້ອງເຖິງເລື່ອງບຸກຄົນຝ່າຍຄ້ານ ລັດເຊຍ ຖືກວາງຢາເບື່ອ ແລະ ວິກິດການດ້ານການເມືອງຢູ່ ເບລາຣຸດ. ຕາມນັ້ນແລ້ວ, ບັນດາຄຳສັ່ງລົງໂທດໃໝ່ ຈະໄດ້ຍົກອອກສຳລັບ ລັດເຊຍ ຍ້ອນປະເທດນີ້ ບໍ່ຍົກອອກຄຳອະທິບາຍທີ່ເໝາະສົມໃຫ້ແກ່ເຫດບຸກຄົນຝ່າຍຄ້ານ ລັດເຊຍ Alexei Navalny ທີ່ຮັບຖືວ່າ ຖືກວາງຢາເບື່ອຢູ່ ລັດເຊຍ ເມື່ອທ້າຍເດືອນ ສິງຫາ 2020 ດ້ວຍປະເພດຢາເບື່ອທີ່ທຳລາຍເສັ້ນປະສາດ Novivchok. ທ່ານ Josep Borrell ຂ້າຫລວງໃຫຍ່ຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ອີຢູ ໃຫ້ຮູ້ວ່າ: ບັນດາມາດຕະການລົງໂທດລະອຽດສຳລັບ ລັດເຊຍ ນັ້ນ ສະພາເອີຣົບຈະໄດ້ ຮັບຮອງເອົາໃນຊຸມວັນຈະມາເຖິງ.

        ບັນດາລັດຖະມົນຕີການຕ່າງປະເທດ ອີຢູ ກໍ່ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງລົງໂທດທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ຍ້ອນວິກິດການດ້ານການເມືອງໃນປະຈຸບັນຢູ່ ເບລາຣຸດ.

ຕອບກັບ

ຂ່າວ/ບົດ​ອື່ນ