EU ຕໍ່ກຳນົດເວລາຄຳສັ່ງ ລົງໂທດຊີຣີ

EU ຕໍ່ກຳນົດເວລາຄຳສັ່ງ ລົງໂທດຊີຣີ - ảnh 1

(ພາບ: bttv.org.vn)

(vovworld)- ວັນ​ທີ 31/5, ສະຫະພາບ​ເອີ​ລົບ (EU) ​ໄດ້​ປັບປຸງ​ມາດ​ຕະການ​ລົງ​ໂທດ​ສຳລັບ​ອຳນາດ​ການ​ປົກຄອງປະທານາທິບໍດີ Bashar al Assad ຢ່າງ​ເປັນ​ທາງ​ການ ຊື່​ງຕາມ​ນັ້ນ​ແລ້ວ ​ໄດ້​ຕໍ່​ກຳນົດ​ເວລາ​ຕື່ມ​ອີກ 1 ປີ​ແກ່​ບັນດາ​ມາດ​ຕະການ​ຕ້ານ​ລັດຖະບານ​ຊີຣີ ​ໂດຍ​ເລີ່​ມ​ແຕ່​ວັນ​ທີ 1/6/2013-1/6/2014. ຂໍ້​ຕົກ​ລົງ​ດັ່ງກ່າວ​ຂອງ​ອີ​ຢູ​ ໄດ້​ຍົກ​ອອກ​ມາ​ພາຍ​ຫລັງຂໍ້​ຕົກລົ​ງທີ່​ກໍ່​ການ​ໂຕ້​ຖຽງ​ກັນ ​ກ່ຽວ​ກັບ​ການ​ປະກອບ​ອາວຸດ​ໃຫ້​ຝ່າຍ​ຄ້ານ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ​ແລະ ສອດຄ່ອງ​ກັບ​ຂໍ້​ສະ​ເໜີ​ຂອງ​ອັງກິດ ​ແລະ ຝະລັງ​. ບັນດາ​ມາດ​ຕະການ​ລົງ​ໂທດ​​ໄດ້ຮັບການ​ຕໍ່ກຳນົດ​ເວລາ​ຄັ້ງນີ້​ຂອງອີ​ຢູ ລວມມີ​ບັນດາ​ຄຳ​ສັ່ງ​ເກືອດ​ຫ້າມ​ການ​ນຳ​ເຂົ້າສົ່ງ​ອອກ, ການ​ຄວບ​ຄຸມ​ຕ່າງໆ​ໃນ​ຂົງ​ເຂ​ການ​ລົງທຶນ, ການ​ເຄື່ອນ​ໄຫວ​ການ​ເງິນ ​ແລະ ຂົນ​ສົ່ງ. ນອກຈາກ​ນັ້ນ​ແລ້ວ, 179 ສ່ວນ​ບຸກຄົນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ກະທຳ​ປາບ​ປາມ​ການ​ໃຊ້​ຄວາມຮຸນ​ແຮງ​ຢູ່​ຊີ​ຮີ ຈະ​ສືບ​ຕໍ່​ຖືກ​ປິດ​ລ້ອມ​ຊັບສິນ ​ແລະ ຖືກ​ເກືອດ​ຫ້າມ​ໄປ​ປະ​ເທດ​ອື່ນ. ກ່ຽວຂ້ອງ​ເຖິງ​ການ​ລົບ​ລ້າງ​ຄຳ​ສັ່ງຂວ້ຳບາດ​ອາວຸດ​ໃຫ້​ຝ່າຍ​ຄ້ານ​ຢູ່​ຊີ​ຣີ, ​ໂຄສົກຂອງ​ຜູ້ຕາງໜ້າ​ຂັ້ນສູງ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທ​ດຂອງ​ອີ​ຢູ, ທ່ານ Michael Mann ​ເນັ້ນໜັກ​ວ່າ ການ​ສົ່ງ​ອາວຸດ​ຄັ້ງ​ໃດ​ໄປ​ຍັງ​ຊີຣີ ລ້ວນ​​ແຕ່ໄດ້ດຳ​ເນີນ​ໃນ​ເງື່ອນ​ໄຂ​ຈຳກັດ​ອັນ​ເຂັ້ມງວດ, ປະຕິບັດ​ຕາມຫຼັກການ​ປະພຶດ​ຂອງ​ອີ​ຢູກ່ຽວ​ກັບ​ການ​ສົ່ງ​ອອກ​ອາວຸດ, ຮັບປະກັນ​ສະ​ໜອງອາວຸດ​ໃຫ້​ຝ່າຍ​ລຸກ​ຮຶ້ຂຶ້ນ​ຊີຣີ ​ເພື່ອ​ປົກ​ປ້ອງ​ສາມັນ​ຊົນ.

 

 

ຂ່າວ/ບົດ​ອື່ນ