EU ຕໍ່ກຳນົດເວລາປະຕິບັດຄຳສັ່ງລົງໂທດດ້ານເສດຖະກິດສຳລັບ ລັດເຊຍ

(VOVWORLD) - ຄຳສັ່ງລົງໂທດດ້ານເສດຖະກິດຂອງ ອີຢູ ເພື່ອແນໃສ່ລັດເຊຍ ເຊິ່ງລວມມີ ບັນດາມາດຕະການ, ຄື: ຈຳກັດດ້ານການຄ້າ, ການເງິນ, ເຕັກໂນໂລຊີ ແລະ ສິນຄ້າໃຊ້ໄດ້ສອງທາງ, ອຸດສາຫະກຳ...
EU ຕໍ່ກຳນົດເວລາປະຕິບັດຄຳສັ່ງລົງໂທດດ້ານເສດຖະກິດສຳລັບ ລັດເຊຍ - ảnh 1ປະຊາຊົນຈັດແຖວຢູ່ທະນາຄານຂອງລັດເຊຍ
(ພາບ:AFP/TTXVN)

ວັນທີ 27 ມັງກອນ, ສະຫະພາບເອີລົບ (ອີຢູ) ຕົກລົງຕໍ່ກຳນົດເວລາປະຕິບັດບັນດາຄຳສັ່ງລົງໂທດດ້ານເສດຖະກິດສຳລັບ ລັດເຊຍ ຕື່ມອີກ 6 ເດືອນ (ຮອດວັນທີ 31 ກໍລະກົດ 2023).

        ຄຳສັ່ງລົງໂທດດ້ານເສດຖະກິດຂອງ ອີຢູ ເພື່ອແນໃສ່ລັດເຊຍ ເຊິ່ງລວມມີ ບັນດາມາດຕະການ, ຄື: ຈຳກັດດ້ານການຄ້າ, ການເງິນ, ເຕັກໂນໂລຊີ ແລະ ສິນຄ້າໃຊ້ໄດ້ສອງທາງ, ອຸດສາຫະກຳ, ການຂົນສົ່ງ ແລະ ສິນຄ້າຫຼູຫຼາ. ນອກຈາກນັ້ນ, ຍັງມີຄຳສັ່ງຫ້າມນຳເຂົ້າ ຫຼື ຂົນສົ່ງນ້ຳມັນດິບດ້ວຍທາງທະເລ ແລະ ບາງຜະລິດຕະພັນນ້ຳມັນຈາກລັດເຊຍ ໄປຍັງ ອີຢູ, ລົບລ້າງບັນດາທະນາຄານຂອງລັດເຊຍ ອອກຈາກສະຫະສະມາຄົມ SWIFT ແລະ ໂຈະການເຄື່ອນໄຫວອອກອາກາດ ກໍ່ຄືໃບອະນຸຍາດຂອງບາງອົງການສື່ສານໂດຍລັດຖະບານ ລັດເຊຍ ອຸປະຖຳ. ຄຽງຄູ່ກັນນັ້ນ, ອີຢູ ກໍ່ຈັດວາງຫຼາຍມາດຕະການຄື: ຈຳກັດກ່ຽວກັບການພົວພັນດ້ານເສດຖະກິດກັບແຫຼມ Crimea, ນະຄອນ Sevastopol, ອາຍັບຊັບສິນ ແລະ ສະກັດກັ້ນການໄປ ມາ ສຳລັບຫຼາຍບຸກຄົນ ແລະ ອົງການ, ພ້ອມກັບບັນດາມາດຕະການທາງການທູດອື່ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ