EU ຕົກໃຈຕໍ່ແຫຼ່ງຂ່າວຖືກສືບລາຊະການລັບ ອາເມລິກາ ຕິດຕາມ

EU ຕົກໃຈຕໍ່ແຫຼ່ງຂ່າວຖືກສືບລາຊະການລັບ ອາເມລິກາ ຕິດຕາມ - ảnh 1
ທ່ານ​ປະທານ​ລັດຖະສະພາ​​ເອີ​ລົບ Martin Schulz
(ພາບ: europarl.europa.eu)

 (vovworld) – ຕົກ​ໃຈ​ຕໍ່ໜ້າ​ແຫຼ່ງຂ່າວ​ບັນດາ​ອົງການປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ສືບ​ລາຊະການ​ລັບຂອງ ອາ​ເມ​ລິ​ກາ ຕິດ​ຕັ້ງ​ອຸປະກອນ​ຕິດຕາມຢູ່​​ຫ້ອງການ​ຕ່າງໆຂອງ​ສະຫະພາບ​ເອີ​ລົບ (EU), ວັນ​ທີ 30/6, EU ສະ​ແດງ​ຄວາມ​ໂກດ​ເຄືອງ, ພ້ອມ​ທັງ​ກ່າວ​ເຕືອນ​ວ່າ: ​ຖ້າ​ຫາກ​ບັນດາ​ຄຳ​ກ່າວ​ຫາ​ນີ້​ແມ່ນ​ຖືກຕ້ອງ​ຈະສົ່ງ​ຜົນ​ສະທ້ອນ​ຮ້າຍ​ແຮງ​ເຖິງການ​ພົວພັນ 2 ຝ່າຍ​. ​ໃນ​ຖະ​ແຫຼ​ງການ​ຖືກ​ຍົກ​ອອກ​ມາ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ລັດຖະສະພາ​​ເອີ​ລົບ (EP) Martin Schulz ​ເນັ້ນ​ໜັກ​ວ່າ: ຖ້າ​ຫາກ​ຄຳ​ກ່າວ​ຫາ​ນີ້​ໄດ​້ພິສູດ​ແມ່ນ​ຖືກ​ຕ້ອງ, ນີ້ຈະ​ແມ່ນ​ບັນຫາ​ຮ້າຍ​ແຮງທີ່​ສຸດ ອາດ​ຈະ​ສົ່ງ​ຜົນ​ສະທ້ອນຢ່າງ​ໜັກໜ່ວງ​ເຖິງ​ການ​ພົວພັນ EU - ອາ​ເມ​ລິ​ກາ. ທ່ານ​ປະທານ EP ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ຕ້ອງອະທິບາຍ​ກ່ຽວ​ກັບ​ເຫດການ​ນີ້​ຢ່າງ​ຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ