EU ຖືກແບ່ງແຍກໃນການຄັດເລືອກປະທານຄະນະກຳມະການເອີລົບ

(VOVWORLD) -ວັນທີ 28 ພຶດສະພາ, ການນຳສະຫະພາບເອີລົບ (EU) 28 ທ່ານ ໄດ້ຈັດກອງປະຊຸມບໍ່ເປັນທາງການ ເພື່ອແນໃສ່ປຶກສາຫາລືກ່ຽວກັບການຄັດເລືອກຜູ້ອອກສະໝັກເລືອກຕັ້ງໃຫ້ດຳລົງບັນດາຕຳແໜ່ງຫຼັກແຫຼ່ງຂອງກຸ່ມ ໃນອາຍຸການໃໝ່.

ເຖິງຢ່າງໃດກໍ່ຕາມ, ບັນດາຝ່າຍພັດມີຄວາມບໍ່ລົງລອຍກັນ ຍ້ອນມີທັດສະນະທີ່ແຕກຕ່າງກັນກ່ຽວກັບບັນດາຜູ້ອອກສະໝັກເລືອກຕັ້ງ, ພິເສດແມ່ນຕຳແໜ່ງປະທານຄະນະກຳມະການເອີລົບ (EC) - ອົງການບໍລິຫານຂອງ EU.

        ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໃຫ້ຮູ້ວ່າ, ທ່ານນາງສະໜັບສະໜູນຜູ້ສະໝັກເລືອກຕັ້ງຝ່າຍກາງຂອງພັກປະຊາຊົນເອີລົບ (EPP) Manfred Weber ດຳລົງຕຳແໜ່ງປະທານ EC.

        ສ່ວນທ່ານປະທານາທິບໍດີຝລັ່ງ Emmanuel Macron ກໍ່ໃຫ້ຮູ້ວ່າ, ທ່ານປາດຖະໜາຢາກເຫັນທ່ານຍິງ 2 ທ່ານ, ທ່ານຊາຍ 2 ທ່ານມີນິໄສສ່ວນບຸກຄົນເຂັ້ມແຂງນີ້ ຊີ້ນຳ EU ໃນໄລຍະ 5 ປີ, ເຖິງວ່າໄດ້ປະຕິເສດການຍົກອອກຊື່ຂອງຕົນໃນບັນດາຜູ້ສະໝັກເລືອກຕັ້ງໃນຈຸດເວລານີ້.

        ໃນຂະນະນັ້ນ, ທ່ານປະທານສະພາເອີລົບ Donald Tusk ໃຫ້ຮູ້ວ່າ, ປະທານ EC ໃນອະນາຄົດຕ້ອງໄດ້ຮັບການສະໜັບສະໜູນຂອງທັງສະພາເອີລົບ ແລະ ຂອງ EP ເປັນຈຳນວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ