EU ປະ​ກາດ​​ແຜນ​​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​​ຄວາມ​ໝັ້ນຄົງກັບອາ​ຊຽນ

(VOVWORLD) -ວັນທີ 1 ສິງຫາ, ທ່ານນາງFederica Mogheriniຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ(EU)ຮັບຜິດຊອບກ່ຽວກັບບັນດາບັນຫາການຕ່າງປະເທດແລະນະໂຍບາຍຄວາມໝັ້ນຄົງ ໄດ້ປະກາດກ່ຽວກັບການຜັນຂະຫຍາຍບັນດາທີ່ປຶກສາດ້ານການທະຫານໃນບັນດາຄະນະປະຕິບັດງານການທູດຂອງກຸ່ມນີ້ຢູ່ອາຊີ.

ທີ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ- EUໄດ້ໄຂຂຶ້ນໃນວັນດຽວກັນທີ່ປະເທດໄທ, ທ່ານນາງFederica Mogheriniໄດ້ຖະແຫຼງວ່າEUຢາກໃຫ້ຄຳໝັ້ນສັນຍາຕື່ມອີກກ່ຽວກັບບັນຫາດ້ານຄວາມໝັ້ນຄົງຢູ່ເອີຣົບແລະອາຊີ.ສະນັ້ນ:EUຈະຜັນຂະຫຍາຍບັນດາທີ່ປຶກສາດ້ານການທະຫານຢູ່ບັນດາຕາມສະຖານທູດຂອງສະຫະພາບເອີຣົບ ທີ່ປະຈຳຢູ່ອາຊີ. Brussels ຈະເລີ່ມຕົ້ນປະຕິບັດແຜນການນີ້ດ້ວຍການຜັນຂະຫຍາຍຄະນະປະຕິບັດງານຢູ່ຄຽງຂ້າງອາຊຽນທີ່ຈາກາຕາ, ອິນໂດເນເຊຍ. ທ່ານນາງMogheriniເນັ້ນໜັກວ່າຄວາມໝັ້ນຄົງຂອງອາຊີກໍ່ຄືຄວາມໝັ້ນຄົງຂອງເອີຣົບ.EUໄດ້ເປັນປະທານຮ່ວມ ຂອງຫຼາຍຂໍ້ລິເລີ່ມຢູ່ຂອບເຂດຂອງເວທີພາກພື້ນອາຊຽນມາແລ້ວ, ພິເສດແມ່ນບັນດາກອງປະຊຸມກ່ຽວກັບການຕໍ່ສູ້ຕ້ານການກໍ່ການຮ້າຍແລະອາດຊະຍະກຳຂ້າມຊາດແລະ ຄວາມໝັ້ນຄົງຢູ່ທະເລ. EUກໍ່ໄດ້ເຂົ້າການຊ້ອມຮົບທະຫານເຮືອໂດຍບັນດາປະເທດໃນອາຊີຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ