EU ປະຕິເສດແຜນງົບປະມານ, ເປີດຊ່ອງທາງໃຫ້ແກ່ບັນດາມາດຕະການລົງໂທດ ອີຕາລີ

(VOVWORLD) - ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ບຣຸກແຊນ, ທ່ານ Valdis Dombrovskis, ຮອງປະທານຄະນະກຳມະການເອີລົບ (EC) ຖືວ່າ ດ້ວຍແຜນງົບປະມານເຊິ່ງ ອີຕາລີ ຍື່ນສະເໜີນັ້ນ, EU ເຫັນໄດ້ໄພທີ່ປະເທດນີ້ພວມ “ຕົກເຂົ້າສູ່ໂລກແຫ່ງຄວາມໄຝ່ຝັນ”

 ວັນທີ 21 ພະຈິກ, ສະຫະພາບ ເອີລົບ (EU) ໄດ້ປະຕິເສດແຜນງົບປະມານຂອງ ອີຕາລີຢ່າງເປັນທາງການ, ເປີດຊ່ອງທາງໃຫ້ບັນດາມາດຕະການລົງໂທດທີ່ບໍ່ເຄີຍມີມາກ່ອນ, ພ້ອມທັງຍູ້ຄວາມເຄັ່ງຕຶງລະຫວ່າງ ບຣຸກແຊນ ແລະ ອຳນາດການປົກຄອງ Roma ຂຶ້ນຂັ້ນໄດໃໝ່ຕື່ມອີກ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ບຣຸກແຊນ, ທ່ານ Valdis Dombrovskis, ຮອງປະທານຄະນະກຳມະການເອີລົບ (EC) ຖືວ່າ ດ້ວຍແຜນງົບປະມານເຊິ່ງ ອີຕາລີ ຍື່ນສະເໜີນັ້ນ, EU ເຫັນໄດ້ໄພທີ່ປະເທດນີ້ພວມ “ຕົກເຂົ້າສູ່ໂລກແຫ່ງຄວາມໄຝ່ຝັນ” ຂາດສະຖຽນລະພາບ. ເຈົ້າໜ້າທີ່ຜູ້ນີ້ຍັງຊີ້ແຈ້ງວ່າ: EU ສະຫລຸບວ່າຈະເລີ່ມດຳເນີນວິວັດການແກ້ໄຂຢ່າງເປັນທາງການເພື່ອແນໃສ່ລົງໂທດບັນດາສະມາຊິກຍ້ອນໄດ້ນຳໃຊ້ງົບປະມານຫຼາຍເກີນໄປ.

        ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາແມ່ນບໍ່ໄດ້ສ້າງຄວາມປະຫຼາດໃຈເກີນໄປ, ຍ້ອນວ່າໃນເດືອນຕຸລາ, EC ໄດ້ປະຕິເສດແຜນການງົບປະມານ ແລະ ກຳນົດເວລາສຸດທ້າຍແມ່ນວັນທີ 13 ພະຈິກ, ເພື່ອໃຫ້ ອີຕາລີ ສົ່ງແຜນງົບປະມານສະບັບປັບປຸງ. ແຕ່ເຖິງຢ່າງໃດກໍ່ຕາມ, ອີຕາລີ ໄດ້ປະຕິເສດການປ່ຽນແຜນງົບປະມານຕາມຄຳຮຽກຮ້ອງຂອງ EU.

ຕອບກັບ

ຂ່າວ/ບົດ​ອື່ນ