EU ປາດ​ຖະ​ໜາ​ຢາກ​ຮັກ​ສາ​ການ​ພົວ​ພັນ​ທີ່​ດີ​ກັບ ຢູ​ແກຼນ​ພາ​ຍຫຼັງ​ປະ​ຕິ​ຮູບ​ລັດ​ຖະ​ບານ

(VOVWORLD) - ວັນທີ 3 ກັນຍາ, ທ່ານປະທານາທິບໍດີ ຢູແກຼນ ໄດ້ປົດທ່ານ Rostyslav Shurma ຮອງຫ້ອງວ່າການປະທານາທາບໍດີ ອອກຈາກຕຳແໜ່ງ.
EU ປາດ​ຖະ​ໜາ​ຢາກ​ຮັກ​ສາ​ການ​ພົວ​ພັນ​ທີ່​ດີ​ກັບ ຢູ​ແກຼນ​ພາ​ຍຫຼັງ​ປະ​ຕິ​ຮູບ​ລັດ​ຖະ​ບານ - ảnh 1ສຳນັກງານໃຫຍ່ ຂອງ ຄະນະກຳມະການເອີຣົບ ຢູ່ແບນຊິກ (ພາບ: THX/TTXVN)

ວັນທີ 5 ກັນຍາ, ທ່ານ Peter Stano  ໂຄສົກຄະນະກຳມະການເອີລົບກ່ຽວກັບບັນດາບັນຫານະໂຍບາຍການຕ່າງປະເທດ, ໃຫ້ຮູ້ວ່າ ສະຫະພາບເອີລົບ (EU) ມີຄວາມສົນໃຈຕໍ່ການປະຕິຮູບລັດຖະບານຫວ່າງແລ້ວນີ້ຢູ່ ຢູແກຼນ ແລະ ຫວັງວ່າຈະສືບຕໍ່ມີການຮ່ວມມືທີ່ດີກັບ ອຳນາດການປົກຄອງ ຢູແກຼນ. ທ່ານ Stano  ເນັ້ນໜັກເຖິງຄວາມສຳຄັນຂອງ ເລື່ອງຢູແກຼນຕ້ອງບໍລິຫານລັດໃຫ້ເປັນຢ່າງດີ ແລະ ມີສະຖຽນລະພາບ. ທ່ານກໍ່ສະແດງຄວາມຫວັງວ່າ ການຮ່ວມມືກັບບັນດາຄູ່ຮ່ວມມືໃໝ່ຂອງຢູແກຼນ ຈະດີງາມຄືເມື່ອກ່ອນກັບ ບັນດາລັດຖະມົນຕີຫາກໍ່ສິ້ນສຸດອາຍຸການປະຕິບັດງານ.

ກ່ອນໜ້ານັ້ນ, ວັນທີ 3 ກັນຍາ, ທ່ານປະທານາທິບໍດີ ຢູແກຼນ ໄດ້ປົດທ່ານ Rostyslav Shurma ຮອງຫ້ອງວ່າການປະທານາທາບໍດີ ອອກຈາກຕຳແໜ່ງ.  ຫຼັງຈາກນັ້ນ, ລັດຖະມົນຕີຫຼັກແຫຼ່ງຈຳນວນໜຶ່ງກໍ່ຂໍລາອອກຈາກຕຳແໜ່ງ, ໃນນັ້ນມີທ່ານ Dmytro Kuleba ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານຮອງນາຍົກລັດຖະມົນຕີ ຮັບຜິດຊອບການເຊື່ອມໂຍງເຂົ້າກັບ ເອີລົບ - ໂອເຊອາເນຍ Olha Stefanishyna. ວັນທີ 5 ກັນຍາ, ສະພາແຫ່ງຊາດ ຢູແກຼນໄດ້ປ່ອນບັດ ຄວາມເຫັນດີຕໍ່ໃບຄຳຮ້ອງລາອອກຈາກຕຳແໜ່ງຂອງທ່ານລັດຖະມົນຕີການຕ່າງປະເທດ Dmytro Kuleba. ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ສະເໜີກັບສະພາແຫ່ງຊາດແຕ່ງຕັ້ງທ່ານ Andrii Sybiha ຮອງລັດຖະມົນຕີການຕ່າງປະເທດ ຜູ້ທີໜຶ່ງ ດຳລົງຕຳແໜ່ງລັດຖະມົນຕີ ກະຊວງການຕ່າງປະເທດຄົນໃໝ່ຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ