EU ພ້ອມ​ແລ້ວ​ທີ່​ຈະ​ປຶກ​ສາ​ຫາ​ລື​ກັບ ລັດ​ເຊຍ​ກ່ຽວ​ກັບ​ບັນ​ດາ​ຂໍ້​ສະ​ເໜີ​ດ້ານ​ຄວາມ​ໝັ້​ນ​ຄົງ

(VOVWORLD) -ທ່ານ Alexander Lukashevich  ຜູ້ຕາງໜ້າຂອງ ລັດເຊຍ ປະຈຳອົງການຄວາມໝັ້ນຄົງ ແລະ ການຮ່ວມມື ເອີລົບ (OSCE) ໃຫ້ຮູ້ວ່າ ລັດເຊຍ ບໍ່ມີເຈດຈຳນົງປຶກສາຫາລືບັນດາຂໍ້ສະເໜີຮັບປະກັນຄວາມໝັ້ນຄົງ ໃນຂອບເຂດ OSCE.
EU ພ້ອມ​ແລ້ວ​ທີ່​ຈະ​ປຶກ​ສາ​ຫາ​ລື​ກັບ ລັດ​ເຊຍ​ກ່ຽວ​ກັບ​ບັນ​ດາ​ຂໍ້​ສະ​ເໜີ​ດ້ານ​ຄວາມ​ໝັ້​ນ​ຄົງ - ảnh 1ທ່ານ Pierre Levy ເອກອັກຄະລັດຖະທູດຝລັ່ງ ປະຈຳ ລັດເຊຍ (ພາບ: russiancouncil.ru)

ວັນທີ 17 ມັງກອນ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Pierre Levy ເອກອັກຄະລັດຖະທູດຝລັ່ງ ປະຈຳ ລັດເຊຍ ໃຫ້ຮູ້ວ່າ ໃນກອງປະຊຸມບໍ່ເປັນທາງການ ທີ່ໄດ້ດຳເນີນຢູ່ຝລັ່ງ ໃນອາທິດກ່ອນ, ບັນດາລັດຖະມົນຕີເອີລົບ ໄດ້ເຫັນດີເປັນເອກະພາບຕໍ່ບັນດາຈຸດຕົ້ນຕໍໃນຫຼັກໝັ້ນລວມຂອງ EU ກ່ຽວກັບບັນດາຂໍ້ສະເໜີດ້ານຄວາມໝັ້ນຄົງຂອງ ລັດເຊຍ ແລະ EU ພ້ອມແລ້ວທີ່ຈະປຶກສາຫາລືທຸກບັນຫານີ້ ກັບ ລັດເຊຍ ດ້ວຍຄວາມເຄົາລົບບັນດາຄຸນຄ່າ ແລະ ອະທິປະໄຕຂອງບັນດາປະເທດນີ້.

ຄຳກ່າວປາໄສນີ້ ສະແດງໃຫ້ເຫັນສັນຍານທີ່ຕັ້ງໜ້າໃນການພົວພັນລະຫວ່າງລັດເຊຍ ແລະ ຝ່າຍຕາເວັນຕົກພາຍຫຼັງໄລຍະໜຶ່ງທີ່ມີຄວາມເຄັ່ງຕຶງກ່ຽວກັບສະພາບການຢູ່ ຢູແກຼນ ຢ່າງຕໍ່ເນື່ອງ. ກ່ອນໜ້ານັ້ນ, ລັດເຊຍ ໄດ້ຍົກອອກບັນດາຂໍ້ສະເໜີຮັບປະກັນຄວາມໝັ້ນຄົງໃຫ້ແກ່ເອີລົບ, ພ້ອມທັງຢັ້ງຢືນວ່າ ພ້ອມແລ້ວທີ່ຈະເຈລະຈາໂດຍກົງກັບອົງການ NATO ກ່ຽວກັບບັນດາຂໍ້ສະເໜີດ້ານຄວາມໝັ້ນຄົງ ເພື່ອແນໃສ່ສະກັດກັ້ນສຳພັນທະມິດການທະຫານນີ້ ເປີດກ້ວາງການເຄື່ອນໄຫວໄປຍັງທາງທິດຕາເວັນອອກ ແລະ ຜັນຂະຫຍາຍອາວຸດຢູ່ໃກ້ກັບເຂດຊາຍແດນ ລັດເຊຍ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 17 ມັງກອນ, ທ່ານ Alexander Lukashevich  ຜູ້ຕາງໜ້າຂອງ ລັດເຊຍ ປະຈຳອົງການຄວາມໝັ້ນຄົງ ແລະ ການຮ່ວມມື ເອີລົບ (OSCE) ໃຫ້ຮູ້ວ່າ ລັດເຊຍ ບໍ່ມີເຈດຈຳນົງປຶກສາຫາລືບັນດາຂໍ້ສະເໜີຮັບປະກັນຄວາມໝັ້ນຄົງ ໃນຂອບເຂດ OSCE.

ຕອບກັບ

ຂ່າວ/ບົດ​ອື່ນ