EU ພ້ອມແລ້ວທີ່ຈະຢຸດບາງມາດຕະການລົງໂທດອີຣານ

   EU ພ້ອມແລ້ວທີ່ຈະຢຸດບາງມາດຕະການລົງໂທດອີຣານ - ảnh 1
(ພາບປະກອບ)

(Vovworld)- EU ພ້ອມ​ແລ້ວ​ທີ່​ຈະ​ຢຸດ​ບາງ​ມາດ​ຕະການ​ລົງ​ໂທດ​ອີຣານ. ຄຳ​ຖະ​ແຫຼ​ງດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ເມື່ອ​ວັນ​ທີ 16/12 ທີ່​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​​ໃນ​ນະຄອນຫຼວງ ບຣຸກ​ແຊນ ປະ​ເທດ​ແບນ​ຊິກ. ບັນດາ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ EU ຊີ້​ແຈ້ງວ່າ EU ຖື​ແຜນການ​ເຄື່ອນ​ໄຫວ​ຮ່ວມທີ່​ບັນລຸ​ໄດ້​ລະຫວ່າງ ອີຣານ ​ແລະ ກຸ່ມ​ບັນດາ​ປະ​ເທດ P5+1 ກ່ຽວ​ກັບ​ນິວ​ເຄຼຍ ​ແມ່ນ​ສັນຍານ​ໄດ້​ຮັບ​ຄວາມ​ຄອງຄອຍ​ມາ​ແຕ່​ດົນ​ແລ້ວ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ພ້ອມ​ແລ້ວ​ຈະ​ສ້າງ​ຄວາມ​ເຊື່ອ​ໝັ້ນ ​ແລະ ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໂດຍ​ໝູນ​ອ້ອມ​ບັນດາ​ການ​ເຄື່ອນ​ໄຫວ​ນິວ​ເຄຼຍຂອງ​ອີຣານ.

    ​ແຈ້ງ​ການ​ຂອງ ບັນດາ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ EU ​ເນັ້ນ​ໜັກ​ວ່າ ບັນຫາ​ໄລ​ກອນ​ປະຈຸ​ບັນ ​ແມ່ນ​ບັນດາ​ຝ່າຍ​ຕ້ອງ​ສະ​ໝັກ​ໃຈປະຕິບັດ​ບັນດາ​ມາດ​ຕະການ​ທີ່​ໄດ້​ຍົກ​ອອກມາ​ໃນ​ເອກະສານ​ສະບັບ​ນີ້. ຕາມ​ແຈ້ງ​ການ, ອີຣານຕ້ອງ​ປະຕິບັດບັນດາ ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ຍົກ​ອອກ​ມາ​ຢ່າງ​ສັດ​ຊື່, ​ໃນ​ຂະນະ​ທີ່  EU ຈະ​ຢຸດ​ບາງ​ມາດ​ຕະການ​ລົງ​ໂທດ​ອີຣານ.

ຂ່າວ/ບົດ​ອື່ນ