EU ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ​ກັບ​ອີ​ຣານ

(VOVWORLD) -ວັນທີ 7 ພຶດສະພາ, ບັນດາຝ່າຍທີ່ຍັງເຫຼືອ ໄດ້ເຂົ້າຮ່ວມຂໍ້ຕົກລົງນິວເຄຼຍ ກັບອີຣານ (ລວມມີ ລັດເຊຍ, ອັງກິດ ຝລັ່ງ, ຈີນ ແລະ ເຢຍລະມັນ) ປີ 2015, ຊຶ່ງມີຊື່ເຕັມວ່າ ແຜນການເຄື່ອນໄຫວລວມຢ່າງຮອບດ້ານ (JCPOA)
EU ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ​ກັບ​ອີ​ຣານ - ảnh 1ການເຈລະຈາລະຫວ່າງຜູ້ຕາງໜ້າ ອີີ້ຣານ ແລະ ບັນດາປະເທດມະຫາອຳນາດ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ JCPOA (ພາບ: THX/TTXVN)

ວັນທີ 10 ພຶດສະພາ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຮັບຜິດຊອບຄວາມໝັ້ນຄົງ ແລະ ການທູດ ຂອງ ສະຫະພາບ ເອີລົບ (EU) ໃຫ້ຮູ້ວ່າ ການເຈລະຈາເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານພວມມີຄວາມຄືບໜ້າດີ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Josep Borrellໄດ້ສະແດງຄວາມຫວັງວ່າ ວິວັດການເຈລະຈາ “ຢ່າງບໍ່ຢຸດຢັ້ງ” ຢູ່ Vienna ຈະຊ່ວຍບັນລຸ ໄດ້ບັນດາບາດກ້າວບຸກທະລຸໃນການນຳ ອາເມລິກາ ກັບຄືນເຂົ້າສູ່ຂໍ້ຕົກລົງອີຣານ. ນອກຈາກນັ້ນ, ເຈົ້າໜ້າທີ່ຂັ້ນສູງຂອງ EU ກໍ່ໃຫ້ຮູ້ວ່າ ເລື່ອງບັນດາຝ່າຍປະຕິບັດບັນດາເນື້ອໃນຂໍ້ຕົກລົງຢ່າງຄົບຖ້ວນ ແມ່ນວິທີການດີທີ່ສຸດ ເພື່ອຮັບປະກັນລັກສະນະອັນໜຶ່ງດຽວໃນໂຄງການນິວເຄຼຍ ຂອງ ອີີຣານ ແມ່ນສັນຕິພາບ.

ແລະກໍ່ໃນວັນດຽວກັນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນ Heiko Mass ກໍ່ໃຫ້ຮູ້ວ່າ ເວລາແມ່ນສິ່ງສຳຄັນໃນບັນດາການເຈລະຈາຢູ່ Vienna (ໂອຕາລິດ) ເພື່ອແນໃສ່ກູ້ເອົາຂໍ້ຕົກລົງນິວເຄຼຍ ອີຣານປີ 2015. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ຖືວ່າ ເວລາເຈລະຈາເກືອບຈະສິ້ນສຸດລົງແລ້ວ ແລະ ເຢຍລະມັນ ກໍ່ຕັ້ງເປົ້າໝາຍຟື້ນຟູຂໍ້ຕົກລົງນິວເຄຼຍກັບ ອີຣານ ທັງໝົດຍ້ອນວ່ານີ້ແມ່ນວິທີໜຶ່ງດຽວເພື່ອຮັບປະກັນວ່າ Tehran ຈະບໍ່ກຳມະສິດອາວຸດນິວເຄຼຍ.

ວັນທີ 7 ພຶດສະພາ, ບັນດາຝ່າຍທີ່ຍັງເຫຼືອ ໄດ້ເຂົ້າຮ່ວມຂໍ້ຕົກລົງນິວເຄຼຍ ກັບອີຣານ (ລວມມີ ລັດເຊຍ, ອັງກິດ ຝລັ່ງ, ຈີນ ແລະ ເຢຍລະມັນ) ປີ 2015, ຊຶ່ງມີຊື່ເຕັມວ່າ ແຜນການເຄື່ອນໄຫວລວມຢ່າງຮອບດ້ານ (JCPOA)

ຕອບກັບ

ຂ່າວ/ບົດ​ອື່ນ