EU ມຸ່ງໄປເຖິງການສ້າງຕັ້ງ ປະຊາຄົມການເມືອງເອີລົບ

(VOVWORLD) -ເປົ້າໝາຍຂອງເລື່ອງສ້າງຕັ້ງປະຊາຄົມການເມືອງ ເອີລົບ ແມ່ນເປີດຄວາມສາມາດແກ້ໄຂບັນດາບັນຫາຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ ຜ່ານການເພີ່ມທະວີຄວາມໝັ້ນຄົງ,ສະຖຽນລະພາບ ແລະສະຫວັດດີການສັງຄົມ

ສະຫະພາບເອີລົບ (ອີຢູ) ໄດ້ເຊື້ອເຊີນບັນດາການນຳລັດ ແລະລັດຖະບານຂອງ 44ປະເທດເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມນີ້ ຄາດວ່າ ຈະຈັດຂຶ້ນໃນວັນທີ 6 ຕຸລາ ຈະມາເຖິງ ຢູ່ ນະຄອນຫລວງ Praha ຂອງ ສເຊັກໂກ. ກອງປະຊຸມ ຈະເປັນຂີດໝາຍເລື່ອງສ້າງຕັ້ງ ປະຊາຄົມການເມືອງ ເອີລົບ. ເຈົ້າຫນ້າທີ່ທ່ານຫນຶ່ງຂອງ ເອີລົບໃຫ້ຮູ້ວ່າ: ນອກຈາກ 27 ປະເທດ ສະມາຊິກ,  ອີຢູ ກໍ່ໄດ້ສົ່ງຄຳເຊື້ອເຊີນເຖິງບັນດາປະເທດທີ່ພວມຂໍເຂົ້າຮ່ວມ. ຄຽງຂ້າງນັ້ນ ອີຢູ ກໍ່ເຊື້ອເຊີນ ອາກເມເນຍ ແລະ ອາຊັກໄບຊານ.

ເປົ້າໝາຍຂອງເລື່ອງສ້າງຕັ້ງປະຊາຄົມການເມືອງ ເອີລົບ ແມ່ນເປີດຄວາມສາມາດແກ້ໄຂບັນດາບັນຫາຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ ຜ່ານການເພີ່ມທະວີຄວາມໝັ້ນຄົງ,ສະຖຽນລະພາບ ແລະສະຫວັດດີການສັງຄົມ. ຮູບການໂອ້ລົມສົນທະນາໃຫມ່ ຈະໄດ້ສ້າງຂຶ້ນຕາມຂໍ້ລິເລີ່ມຂອງ ປະທານາທິບໍດີ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ