EU ວາງອອກແຜນການເພີ່ມທະວີການມີໜ້າ ຢູ່ ມະຫາສະມຸດອິນເດຍ - ປາຊີຟິກ

(VOVWORLD) -ແຜນການນີ້ອາດຈະມີຄວາມໝາຍດ່ຽວກັນກັບ ເລື່ອງ EU ຈະເພີ່ມທະວີການເຄື່ອນໄຫວທາງການທູດ ໃນບັນດາບັນຫາທີ່ກ່ຽວຂ້ອງເຖິງ ມະຫາສະມຸດອິນເດຍ - ປາຊີຟິກ, ຜັນຂະຫຍາຍບຸກຄະລາກອນໃຫ້ຫຼາຍກ່ວາອີກ ແລະ ຍູ້ແຮງການລົງທຶນຢູ່ພາກພື້ນ, ກໍ່ຄືອາດຈະເພີ່ມທະວີການມີໜ້າໃນການຮັກສາການປ້ອງຊາດ, ປ້ອງກັນຄວາມສະຫງົບ.
EU ວາງອອກແຜນການເພີ່ມທະວີການມີໜ້າ ຢູ່ ມະຫາສະມຸດອິນເດຍ - ປາຊີຟິກ - ảnh 1ກອງປະຊຸມທາງອອນລາຍລະຫວ່າງບັນດາລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດສະມາຊິກ EU (ພາບ: AFP/TTXVN)

ວັນທີ 19 ເມສາ, ສະຫະພາບ ເອີລົບ (EU) ໄດ້ປະກາດແຜນການເພີ່ມທະວີການມີໜ້າຢູ່ພາກພື້ນ ມະຫາສະມຸດ ອິນເດຍ - ປາຊີຟິກ. ໃນຖະແຫຼງການໄດ້ຍົກອອກມາ ທີ່ກອງປະຊຸມທາງອອນລາຍ, ລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດ ສະມາຊິກ ໄດ້ຊີ້ແຈ້ງວ່າ EU ພວມຊັ່ງຊາ “ຄວນປັບປຸງຈຸດສຸມຍຸດທະສາດ, ການມີໜ້າ ແລະ ບັນດາການກະທຳຢູ່ ມະຫາສະມຸດອິນເດຍ - ປາຊີຟິກ… ບົນພື້ນຖານເສີມຂະຫຍາຍອະທິປະໄຕ, ອຳນາດກົດໝາຍ, ສິດທິມະນຸດ ແລະ ກົດໝາຍສາກົນ”. ບັນດາລັດຖະມົນຕີການຕ່າງປະເທດ ໄດ້ເຫັນດີເປັນເອກະພາບຈະມານະພະຍາຍາມຮ່ວມມືກັບ “ບັນດາຄູ່ຮ່ວມມືທີ່ມີຈຸດມຸ່ງໝາຍດຽວກັນ” ເພື່ອແນໃສ່ຮັກສາບັນດາສິດພື້ນຖານໃນພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ. ແຜນການນີ້ອາດຈະມີຄວາມໝາຍດ່ຽວກັນກັບ ເລື່ອງ EU ຈະເພີ່ມທະວີການເຄື່ອນໄຫວທາງການທູດ ໃນບັນດາບັນຫາທີ່ກ່ຽວຂ້ອງເຖິງ ມະຫາສະມຸດອິນເດຍ - ປາຊີຟິກ, ຜັນຂະຫຍາຍບຸກຄະລາກອນໃຫ້ຫຼາຍກ່ວາອີກ ແລະ ຍູ້ແຮງການລົງທຶນຢູ່ພາກພື້ນ, ກໍ່ຄືອາດຈະເພີ່ມທະວີການມີໜ້າໃນການຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ສິ່ງນີ້ຈະລວມມີການຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງສາກົນ, ໃນນັ້ນມີຄວາມໝັ້ນຄົງໃນການເດີນເຮືອ.

ຕອບກັບ

ຂ່າວ/ບົດ​ອື່ນ