EU ວາງເປົ້າໝາຍສົ່ງອອກວັກຊີນ 700 ລ້ານໂດສ ກ່ອນທ້າຍປີ 2021

(VOVWORLD) -ປະທານກຳມະການເອີລົບ ອູຊູລາ ວອນເດີ ເລີແຢນ ໄດ້ຖະແຫຼງເມື່ອວັນທີ 12 ມິຖຸນາວ່າ ສະຫະພາບເອີລົບຫຼື EU ວາງເປົ້າໝາຍສົ່ງອອກວັກຊີນກັນໂຄວິດ - 19 ຈຳນວນ 700 ລ້ານໂດສ ກ່ອນທ້າຍປີ 2021
EU ວາງເປົ້າໝາຍສົ່ງອອກວັກຊີນ 700 ລ້ານໂດສ ກ່ອນທ້າຍປີ 2021 - ảnh 1ການຜະລິດວັດຊິນກັນໂຄວິດ-19 ຂອງລັດເຊຍ

ຕາມທ່ານນາງ ວອນເດີ ເລີແຢນ ແລ້ວມາຮອດປັດຈຸບັນ EU ໄດ້ປະກອບສ່ວນ 3 ຕື້ ເອີໂຣໃຫ້ແກ່ໂຄງການ ໂກວັກ ເຊິ່ງແມ່ນກົນໄກໂດຍອົງການອານະໄມໂລກລິເລີ່ມແນໃສ່ຮັບປະກັນວັກຊີນກັນໂຄວິດ - 19 ໃຫ້ແກ່ບັນດາປະເທດທີ່ມີລາຍຮັບຕ່ຳ. ນອກຈາກນັ້ນ EU  ໄດ້ສົ່ງອອກວັກຊີນ 350 ລ້ານໂດສ ກວມເອົາເຄິ່ງໜຶ່ງປະລິມານວັກຊີນຂອງກຸ່ມ.

    ໃນວັນດຽວກັນທ່ານຮອງປະທານາທິບໍດີ ສ. ເກົາຫຼີປະກາດວ່າ ປະທານາທິບໍດີ ມູນເຊອິນ ແລະ ນາຍົຍກລັດຖະມົນຕີເຢຍລະມັນ ອານເຊລາເມີແຄນ ໄດ້ເຫັນດີນຳກັນກ່ຽວກັບການຮ່ວມມືຜະລິດ ແລະ ສະໜອງວັກຊີນກັນໂຄວິດ - 19 ປະເພດຕ່າງໆ. ການນຳ ສ ເກົາ ແລະເຢຍລະມັນໄດ້ເຫັນດີນຳກັນຊອກຫາວິທີຮ່ວມມືແນໃສ່ຮັບປະກັນໃຫ້ທຸກປະເທດມີສິດສຳຜັດຢ່າງຍຸຕິທຳກັບວັກຊີນກັນໂຄວິດ - 19 ກໍ່ຄືເປີດກວ້າງການເຄື່ອນໄຫວຜະລິດ ແລະ ສະໜອງວັກຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ