EU ສືບຕໍ່ຕົກເຂົ້າສູ່ ສະພາບຫນີ້ສາທາລະນະຢ່າງຫນັກຫນ່ວງ

EU ສືບຕໍ່ຕົກເຂົ້າສູ່     ສະພາບຫນີ້ສາທາລະນະຢ່າງຫນັກຫນ່ວງ - ảnh 1
ບັນດາການນຳ G8 ປຶກສາຫາລືກ່ຽວກັບວິກິດການຫນີ້ສາທາລະນະຢູ່ ເອີລົບ
ພາບ: internet


(vovworld) - ຕາມ​ຕົວ​ເລກ​ສະຖິຕິ​ປະກາດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 24/10 ສະ​ແດງ​ໃຫ້​ເຫັນ​ວ່າ: ລະດັບ​ຫນີ້​ສາທາລະນະ​ຂອງ​ຫລາຍ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ​ (ອີ​ຢູ) ສືບ​ຕໍ່​ລື່ນ​ກາຍ​ລະດັບ​​ທີ່ອະນຸຍາດ,​​ໃນ​ຂະນະທີ່​ວິ​ກິດ​ການ​ຫນີ້​ສາທາລະນະ​ໄດ້​​ໃຊ້​      ຈາ​່ຍງົບປະມານທັງ​ໝົດ​ຂອງ​ບັນດາ​ປະ​ເທດ​ທີ່​ຂຶ້ນ​ກັບ​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ​​ເອີ​ໂຣ (Eurozone). ຕາມ​ອົງການ​ສະຖິຕິ​ເອີ​ລ​ົບແລ້ວ, ​ໃນ​ໄຕ​ມາດ​ທີ 2 ຜ່ານ​ມາ, ຍອດ​ຈຳນວນ​ຫນີ້​ສາທາລະນະ​ຢູ່ 17 ປະ​ເທດ​ສະມາຊິກ Eurozone ​ໄດ້​ເພີ່ມ​ຂຶ້ນ 90% GDP ​ເມື່ອ​ທຽບ​ໃສ່​ລະດັບ 88,2% ​ໃນ 3 ​ເດືອນ​ຕົ້ນ​ປີ 2012.​ໃນ​ຂະນະ​ນັ້ນ ລະດັບ​ຫນີ້​ສາທາລະນະ​ຂອງ 27 ປະ​ເທດ​ສະມາຊິກ ອີ​ຢູ ​ກໍ​ເພີ່ມ​ຂຶ້ນ​ຈາກ 83,5 % GDP ຂຶ້ນ​ເຖິງ 84,9%. ຕາມ​ການ​ກຳນົດ​ຂອງ ອີ​ຢູ ​ແລ້ວ,​ ບັນດາ​ປະ​ເທດ​ສະມາຊິກ ບໍ່​​​ໄດ້ປະໃຫ້ຍລະດັບຫນີ້​ສາທາລະນະ​ລື່ນ​ກາຍ 60% GDP ​ແລະ ຂາດ​ດຸນ​ງົບປະມານ​ກວ່າ 3% GDP, ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຫລາຍ​ປະ​ເທດ​ໄດ້​ລະ​ເມີດ​ຂໍ້​ກຳນົດ​ດັ່ງກ່າວ​. ​ເພື່ອ​ຮັບ​ມື​ກັບ​ສະພາບ​ການ​ນັ້ນ, ຫລາຍ​ປະ​ເທດ​ຕ້ອງ​ນຳ​ໃຊ້​ນະ​ໂຍບາຍ “ຮັດ​ເຂັມຄັດ” ​ແຕ່​ມາ​ຮອດ​ປະຈຸ​ບັນ, ມາດ​ຕະການ​ນີ້​ຍັງ​ບໍ່​ທັນ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ.​ ​ໄລ່​ມາ​ຮອດ​ໄຕ​ມາດ​ທີ 2, ​ເກຼັກ​ແມ່ນ​ປະ​ເທດ ຕິດ​ຫນີ້​ຫລາຍ​ກວ່າ​ໝູ່ ​ແມ່ນຂຶ້ນ​ເຖິງ 150,3% GDP. ຖັດມາ​ແມ່ນ ອີ​ຕາ​ລີ, ປວກ​ຕູ​ການ ​ແລະ ​ໄອ​ແລນ.

ຕອບກັບ

ຂ່າວ/ບົດ​ອື່ນ