EU ສືບຕໍ່ໂຈະການ ປະຕິບັດຄຳສັ່ງລົງໂທດໃໝ່ແນໃສ່ລັດເຊຍ

EU ສືບຕໍ່ໂຈະການ ປະຕິບັດຄຳສັ່ງລົງໂທດໃໝ່ແນໃສ່ລັດເຊຍ - ảnh 1
(ພາບປະກອບ)

(vovworld) – ​ໃນ​ກອງ​ປະຊຸມ​ຂັ້ນ​ເອກ​ອັກຄະ​ລັດຖະທູດ​ຢູ່​ບຣຸກ​ແສນ, ປະ​ເທດ​ແບນ​ຊິກ, ວັນ​ທີ 10/09, 28  ປະ​ເທດ​ສະມາຊິກ​ສະຫະພາບ​ເອີລົບ (EU) ຍັງ​ບໍ່​ທັນ​ເຫັນ​ດີ​ຕໍ່​ຈຸດ​ເວລາ​ປະຕິບັດ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​​ເລັ່ງ​ໃສ່​ລັດ​ເຊຍ ​ເຊິ່ງ​ກ່ຽວ​ຂ້ອງ​ເຖິງ​ວິ​ກິດ​ການ​ຢູ່​ຢູ​ແກຼນ.

        ຄຳ​ສັ່ງ​ລົງ​ໂທດ​ໃໝ່​​ເລັ່ງໃສ່​ລັດ​ເຊຍ ​ໂດຍຄະນະ​ກຳມະການ​​ເອີ​ລົບ (EC) ສະ​ເໜີ​ເມື່ອ​ວັນ​ທີ 05/09, ກົງ​ກັບຈຸດ​ເວລາທ່ີ​ອຳນາດ​ການ​ປົກຄອງ​ສູນ​ກາງ ຢູ​ແກຼນ ​ແລະ ກຳລັງຮຽກຮ້ອງ​ຫັນ​​​ພາກ​ຕາ​ເວັນ​ຕົກ​ປະ​ເທດ​ນີ້ເປັນ​ສະຫະພັນ ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ. ສະ​ນັ້ນ, ​ເລື່ອງ​ປະກາດ​ບັນດາ​ມາດ​ຕະການ​ນີ້ ​ຖືກ​ໂຈະ​ໄວ້​ຮອດ​ວັນ​ທີ 09/09. ​ແຕ່​ວ່າ, ຮອດ​ຈຸດ​ເວລາ​ນັ້ນ, ບັນດາ​ເອກ​ອັກຄະ​ລັດຖະທູດ​ ​ໄດ້​ເຫັນ​ດີ​ໂຈະ​ການ​ປະຕິບັດ​ຄຳ​ສັ່ງ​ລົງ​ໂທດ​ຕື່ມ​ອີກ 2 – 3 ວັນ, ດ້ວຍ​ເຫດຜົນ​ທີ່​ວ່າ ມົດສກູ ຕ້ອງ​ການ​ມີການ​ກະທົບ​ຢ່າງ​ຕັ້ງໜ້າ​ເຖິງ​ວິວັດ​ການ​ແກ້​ໄຂ​ວິ​ກິດ​ການ​ຢູ່ ຢູ​ແກຼນ.

        ​ເລື່ອງ EU ​ໂຈະ​ຄຳ​ສັ່ງ​ລົງໂທດ​ຢ່າງ​ລຽນ​ຕິດ​ແນ​ໃສ່​ມົດສກູ ຊີ້​ໃຫ້​ເຫັນ​ວ່າ ພາຍ​ໃນ​ກຸ່ມ​ຍັງ​ມີທັດສະນະ​ຕ່າງກັນ ຍ້ອນ​ການ​ປະຕິບັດ​ຄຳ​ສັ່ງ​ລົງ​ໂທດ​​ພື້ນຖານ​ເສດຖະກິດ​ລັດ​ເຊຍ ​ເມື່ອ​ເດືອນ 07 ຜ່ານ​ມາ ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ໜ້ອຍ​ເຖິງ​ເສດຖະກິດບັນດາ​ປະ​ເທດ​ສະມາຊິກ​ຂອງ EU

        ກ່ອນ​ໜ້າ​ນັ້ນ, ລັດ​ເຊຍ ຖະ​ແຫຼ​ງຈະ​ມີ​ການ​ກະທຳ​ໂຕ້ຕອບ​ຖ້າ​ຫາກ EU ປະຕິບັດ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ແນ​ໃສ່​ມົດສກູ.

ຂ່າວ/ບົດ​ອື່ນ