EU ສືບຕໍ່ໜູນຊ່ວຍ ຊາວລົບໄພຊີຣີ


EU ສືບຕໍ່ໜູນຊ່ວຍ ຊາວລົບໄພຊີຣີ - ảnh 1

(ພາບ: vov.vn)

(vovworld)-ວັນ​ທີ 4/12, ຄະນະ​ກຳມະການ​ເອີ​ລົບ (EC) ປະກາດ​ວ່າ​ໄດ້​ປະກອບຈຳນວນ​ເງິນ 180 ລ້ານ​ເອີ​ໂຣ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ຂົງ​ເຂດ​ການ​ສຶກສາ ​ແລະ ສອນ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ລົບ​ໄພ​ຊີຣີ 1,7 ລ້ານ​ຄົນ. ​ໃນ​ຍອດ​ຈຳນວນ​ເງິນ 41 ລ້ານ​ເອີ​ໂຣ ​ໜູນ​ຊ່ວຍ​ຂອງ EC ສະຫງວນ​ໃຫ້​ແກ່​ໂຄງການ​ໜູນ​ຊ່ວຍ​ຢູ່​ຊີຣີ, ພິ​ເສດ​ແມ່ນ​ດ້ານ​ການ​ສຶກສາ ​ແລະ ສາທາລະນະ​ສຸກ ດ້ວຍ​ການ​ສົມທົບ​ກັບ​ກອງ​ທຶນ​ເຍົາວະ​ຊົນ ສປຊ (UNICEF) ​ແລະ ​ໂຄງການ​ທັນ​ຍາ​ຫານ​ໂລກ (WFP). ຊາວ​ຊີຣີລົບ​ໄພ​ຢູ່​ຈໍ​ແດນ ​ໄດ້​ຮັບ​ບ້ວງ​ເງິນ​ໜູນ​ຊ່ວຍ 66 ລ້ານ​ເອີ​ໂຣ ສະຫງວນ​ໃຫ້​ກະຊວງ​ສຶກສາ​ຈໍ​ແດນ ​ເພື່ອ​ຊ່ວຍ​ເຫຼືອ​ເດັກນ້ອຍຊີຣີ ​ໄດ້​ໄປ​ໂຮງຮຽນ ສ່ວນ​ຍັງ​ເຫຼືອ​ຄື 73 ລ້ານ​ເອີ​ໂຣ ໜູນ​ຊ່ວຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສຶກສາ ​ແລະ ສາທາລະນະ​ສຸກ​ໃຫ້​ແກ່​ຊາວ​ຊີຣີລົບ​ໄພ​ຢູ່​ລີ​ບັງ./.

ຂ່າວ/ບົດ​ອື່ນ