EU ສະ​ເໜີ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່ບັນ​ລຸ​ມາດ​ຖານ​ ເອີ​ລົບ ຢູ່ ຮ່າ​ໂນ້ຍ

(VOVWORLD) -ທ່ານ Giorgio Aliberti ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ ປະຈຳ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການພົວພັນອັນດີງາມ ລະຫວ່າງ ນະຄອນຮ່າໂນ້ຍ ແລະ ບັນດາຄູ່ຮ່ວມມືເອີລົບ ໃນໄລຍະທີ່ຜ່ານມາ. 
EU ສະ​ເໜີ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່ບັນ​ລຸ​ມາດ​ຖານ​ ເອີ​ລົບ ຢູ່ ຮ່າ​ໂນ້ຍ - ảnh 1ທ່ານ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈູງອກແອັງ ໃຫ້ການຕ້ອນຮັບທ່ານ Giorgio Aliberti ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ EU (ພາບ: TTXVN)

ວັນທີ 16 ມິຖຸນາ, ທ່ານ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈູງອກແອັງ ໄດ້ໃຫ້ການຕ້ອນຮັບທ່ານ Giorgio Aliberti ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ສະຫະພາບເອີລົບ (EU) ປະຈຳ ຫວຽດນາມ ເພື່ອ ປຶກສາຫາລື ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີໂຄງການມະຫາວິທະຍາໄລບໍລິຫານ ເອີລົບ ໂດຍມີການເຂົ້າຮ່ວມຂອງ ທ່ານເອກອັກຄະລັດຖະທູດບັນດາປະເທດຄື: ຝລັ່ງ, ແບນຊິກ ແລະ ອີຕາລີ.

ໂດຍຫວນຄືນບັນດາການຮ່ວມມືພົ້ນເດັ່ນລະຫວ່າງ ຫວຽດນາມ ແລະ EU, ໃນນັ້ນມີສັນຍາການຄ້າເສລີ ຫວຽດນາມ - EU (EVFTA), ທ່ານ ຈູງອກແອັງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ເນັ້ນໜັກວ່າ ນີ້ແມ່ນພື້ນຖານໃຫ້ແກ່ບັນດາການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກ່ວາ, ພ້ອມກັນນັ້ນ ກໍ່ແມ່ນການພົວພັນອັນດີງາມລະຫວ່າງ ຫວຽດນາມ - EU, ແມ່ນປະຖົມປັດໄຈສຳຄັນໃຫ້ແກ່ການຮ່ວມມື ລະຫວ່າງ ນະຄອນຮ່າໂນ້ຍ ກັບບັນດາຄູ່ຮ່ວມມືເອີລົບ. ທ່ານປະທານຄະນະກຳມະການ ປະຊາຊົນນະຄອນ ຫວັງວ່າ ຮ່າໂນ້ຍ ແລະ ບັນດາຄູ່ຮ່ວມມື EU ຈະສືບຕໍ່ຊຸກຍູ້ບັນດາໂຄງການຮ່ວມມືສອງຝ່າຍ, ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນລວມ.

ສ່ວນທ່ານ Giorgio Aliberti ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ ປະຈຳ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການພົວພັນອັນດີງາມ ລະຫວ່າງ ນະຄອນຮ່າໂນ້ຍ ແລະ ບັນດາຄູ່ຮ່ວມມືເອີລົບ ໃນໄລຍະທີ່ຜ່ານມາ. ສອງຝ່າຍໄດ້ ແລະ ພວມຜັນຂະຫຍາຍການຮ່ວມມືໃນຫຼາຍຂົງເຂດຄື: ເສດຖະກິດ, ວັດທະນະທຳ, ການສຶກສາ… ໃນນັ້ນມີໂຄງການມະຫາວິທະຍາໄລບໍລິຫານ ເອີລົບ. ທ່ານເອກອັກຄະລັດຖະທູດ Giorgio Aliberti ກໍ່ມີຄວາມປາດຖະໜາວ່າ ອຳນາດການປົກຄອງນະຄອນຈະສ້າງເງື່ອນໄຂເພື່ອຊຸກຍູ້ໂຄງການໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ຝ່າຍ EU ກໍ່ສະເໜີໃຫ້ມີຈຸດຕິດຕໍ່ພົວພັນຈາກນະຄອນ ກໍ່ຄືຢັ້ງຢືນກ່ຽວກັບບັນດາເງື່ອນໄຂພື້ນຖານໂຄງລ່າງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ