EU ສະໜັບສະໜູນ ບັນດາບຸລິມະສິດຂອງລັດເຊຍ ໃນອາຍຸການ ເປັນປະທານ G20

EU ສະໜັບສະໜູນ ບັນດາບຸລິມະສິດຂອງລັດເຊຍ ໃນອາຍຸການ ເປັນປະທານ G20 - ảnh 1
ທ່ານ​ປະທານ​ສະ​ພາ​ເອີ​ລົບ Van Rompuy
(ພາບ: philippedebacker.eu)


(vovworld) -     ສະຫະພາບ​ເອີ​ລົບ (EU) ​ແລະ ລັດ​ເຊຍ ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຈຳ​ເປັນ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ພັດທະນາ​ເສດຖະກິ​​ດ ​ແລະ ຄວາມ​ວັດທະນາ​ຖາວອນ​ເຊິ່ງກັນ ​ແລະ ກັນ. ທ່ານ​ປະທານ​ສະ​ພາ​ເອີ​ລົບ Van Rompuy ​​ໄດ້​ຖະ​ແຫຼ​ງຄື​ດັ່ງກ່າວ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ລະຫວ່າງລັດ​ເຊຍ - EU ຄັ້ງ​ທີ 30, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 21/12 ຢູ່ ບຣຸກ​ແສນ, ປະ​ເທດ​ແບນ​ຊິກ. ທ່ານ Van Rompuy ​​ຢືນຢັນ​ວ່າ ພຽງ​ແຕ່​ຮ່ວມ​ມື, ສອງ​ຝ່າຍ​ຈຶ່ງ​ຈະຊອກ​​ໄດ້ມາດ​ຕະການ​​ແກ້​ໄຂໃຫ້​ແກ່​ບັນດາ​ບັນຫາ​ຂອງ​ພື້ນຖານ​ເສດຖະກິດ​ໂລກ ​ແລະ ບັນດາ​ວິ​ກິດ​ການ​ຢູ່​ເຂດ​ຕ່າງໆ​ໃນ​ໂລກ. ທ່ານ Van Rompuy ​​ຊີ້​ແຈ້ງວ່າ EU ສະໜັບສະໜູນ​ບັນດາ​ບຸລິມະສິດ​ຂອງ​ລັດ​ເຊຍ ​ໃນ​ອາຍຸ​ການ​ເປັນ​ປະທານ​ໝູນວຽນ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ G20 ​ແລະ ພ້ອມ​​ແລ້ວ​ທີ່​ຈະ​ຮ່ວມ​ມືກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ G20 ​​​ຢູ່​ລັດ​ເຊຍ ​ສຳ​ເລັດຜົນ​. ລັດ​ເຊຍ ​ແລະ EU ຕົກລົງ​ປະກາດ​ປີ 2014 ​ແມ່ນ​ປີ​ວິທະຍາສາດ.

ຂ່າວ/ບົດ​ອື່ນ