EU ສ້າງ​ສະ​ຫະ​ພັນ​ຟື້ນ​ຟູເສດ​ຖະ​ກິດ​ຂຽວພາຍຫຼັງສິ້ນ​ສຸດ Covid – 19

(VOVWORLD) -ບັນດາປະເທດສະມາຊິກສະຫະພາບເອີລົບ (EU) ຫາກໍ່ຕົກລົງກັນສ້າງຕັ້ງສະຫະພັນຟື້ນຟູເສດຖະກິດຂຽວພາຍຫຼັງສິ້ນສຸດວິກິດການ Covid – 19 ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍພື້ນຖານເສດຖະກິດຂອງທະວີບເອີລົບ ໃຫ້ມີການພັດທະນາແບບຍືນຍົງກ່ວາ.
EU ສ້າງ​ສະ​ຫະ​ພັນ​ຟື້ນ​ຟູເສດ​ຖະ​ກິດ​ຂຽວພາຍຫຼັງສິ້ນ​ສຸດ Covid – 19 - ảnh 1 Tuabin ລົມຢູ່ທະເລ Baltic ເຢຍລະມັນ (ພາບ: AFP/TTXVN) 

ບັນດາລັດຖະມົນຕີຂອງ 11 ປະເທດສະມາຊິກ EU, ສະມາຊິກລັດຖະສະພາເອີລົບ79 ຄົນຂຶ້ນກັບພັກການເມືອງຕ່າງໆຂອງ 17 ປະເທດສະມາຊິກ EU, ບັນດາຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ, ບັນດາສະຫະສະມາຄົມວິສາຫະກິດຕາງໜ້າໃຫ້ແກ່ 10 ຂົງເຂດ, ສະຫະສະມາຄົມບັນດາກຸ່ມບໍລິສັດອຸດສາຫະກຳເອີລົບ, ໄດ້ພ້ອມກັນລົງນາມ, ໃຫ້ຄຳໝັ້ນສັນຍາສ້າງຕັ້ງສະຫະພັນຟື້ນຟູເສດຖະກິດຂຽວພາຍຫຼັງສິ້ນສຸດໂລກລະບາດ Covid -19, ສະໜັບສະໜູນແລະປະຕິບັດບັນດາວິທີການແກ້ໄຂເພື່ອແນໃສ່ກະກຽມໃຫ້ແກ່ບັນດາພື້ນຖານເສດຖະກິດອະນາຄົດຂອງໂລກ.

ສະຫະພັນເພື່ອການຟື້ນຟູຂອງພື້ນຖານເສດຖະກິດຂຽວມີຄວາມປາດຖະໜາຢາກ “ສ້າງແລະແບ່ງປັນຈິນຕະນາການກ່ຽວກັບບັນດາແຜນການລົງທຶນຂຽວພາຍຫຼັງສິ້ນສຸດວິກິດການ Covid – 19” ແລະສະເໜີໃຫ້ “ບັນດາວິທີການລົງທຶນທີ່ຈຳເປັນແລະຜູກພັນກັບບັນດາຄຳໝັ້ນສັນຍາກ່ຽວກັບອາກາດ”.

ຕອບກັບ

ຂ່າວ/ບົດ​ອື່ນ