EU ອຸປະຖຳຕື່ມຈຳນວນເງິນ 500 ລ້ານ ເອີໂຣ ໃຫ້ແກ່ ຢູແກຼນ

(VOVWORLD) - ທ່ານນາຍົກລັດຖະມົນຕີ Shmyhal ໃຫ້ຮູ້ວ່າ: Kiev ຫວັງວ່າ ໃນອາທິດນີ້, ຈະໄດ້ຮັບບ້ວງເງິນອຸປະຖຳເສດຖະກິດມະຫາພາກທີ່ມີມູນຄ່າ  5 ຕື້ ເອີໂຣ (ປະມານ 4,98 ຕື້ USD) ຂອງ EU ເພື່ອໜູນຊ່ວຍພື້ນຖານເສດຖະກິດ ແລະ ກອງທັບກໍ່ຄືເພື່ອກະກຽມໃຫ້ລະດູໜາວຈະມາເຖິງ
 
EU ອຸປະຖຳຕື່ມຈຳນວນເງິນ 500 ລ້ານ ເອີໂຣ ໃຫ້ແກ່ ຢູແກຼນ - ảnh 1ທ່ານນາຍົກລັດຖະມົນຕີ ຢູແກຼນ Denys Shmyhal (ພາບ: AFP/TTXVN)

ວັນທີ 5 ກັນຍາ, ສະຫະພາບເອີລົບ (EU) ໄດ້ເຊັນຂໍ້ຕົກລົງກັບ ຢູແກຼນ, ຕາມນັ້ນ ໄດ້ປ່ອຍຈຳນວນເງິນ 500 ລ້ານ ເອີໂຣ ຕື່ມອີກ (ເທົ່າກັບ 497 ລ້ານ USD) ໃນບ້ວງເງິນອຸປະຖຳຕາມແຜນການ. ບ້ວງເງິນນີ້ເພື່ອໜູນຊ່ວຍບັນດາຂົງເຂດຄື: ເຮືອນຢູ່, ການສຶກສາ ແລະ ກະສິກຳ. ຄະນະກຳມະການ ເອີລົບ (EC) ໄດ້ປະກາດບ້ວງເງິນອຸປະຖຳດັ່ງກ່າວເມື່ອບັນດາເຈົ້າໜ້າທີ່ຂັ້ນສູງໄດ້ຈັດກອງປະຊຸມສະພາຮ່ວມສຳພັນ EU - ຢູແກຼນ ກັບທ່ານນາຍົກລັດຖະມົນຕີ ຢູແກຼນ Denys Shmyhal ຢູ່ ບຣຸກແຊນ (ປະເທດ ແບນຊິກ).

        ກ່ອນໜ້ານັ້ນ, ວັນທີ 4 ກັນຍາ, ທ່ານນາຍົກລັດຖະມົນຕີ Shmyhal ໃຫ້ຮູ້ວ່າ: Kiev ຫວັງວ່າ ໃນອາທິດນີ້, ຈະໄດ້ຮັບບ້ວງເງິນອຸປະຖຳເສດຖະກິດມະຫາພາກທີ່ມີມູນຄ່າ  5 ຕື້ ເອີໂຣ (ປະມານ 4,98 ຕື້ USD) ຂອງ EU ເພື່ອໜູນຊ່ວຍພື້ນຖານເສດຖະກິດ ແລະ ກອງທັບກໍ່ຄືເພື່ອກະກຽມໃຫ້ລະດູໜາວຈະມາເຖິງ. ປະຈຸບັນ, ບັນດາແຫຼ່ງກຳລັງຂອງ ຢູແກຼນ ຖືກເຫືອດແຫ້ງແລ້ວ ແລະ ພວມມານະພະຍາຍາມຊອກຫາບ້ວງເງິນອຸປະຖຳຈາກ EU, ອາເມລິກາ ແລະ ບັນດາອົງການໃຫ້ກູ້ຢຶມເງິນສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ