EU ຮັບຮູ້ບັນດາບາດກ້າວ ຂອງຫວຽດນາມໃນການ ປະຕິບັດສິດທິມະນຸດ

EU ຮັບຮູ້ບັນດາບາດກ້າວ ຂອງຫວຽດນາມໃນການ ປະຕິບັດສິດທິມະນຸດ - ảnh 1
(ທ່ານ​ນາງ​ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າ​ມທູ​ຮັ່ງ)

(vovworld) – ວັນ​ທີ 22/01, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສຳລັບການ​ເຈລະຈາ​ປະຈຳ​ປີກ່ຽວ​ກັບ​ສິດທິ​ມະ​ນຸດ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (EU), ທ່ານ​ນາງ​ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າ​ມທູ​ຮັ່ງ ​ໃຫ້​ຮູ້​ວ່າ.

        “ຮອບ​ເຈລະຈາ​ປະຈຳ​ປີ​ກ່ຽວ​ກັບ​ສິດທິ​ມະນຸດ​ລະຫວ່າງ​ຫວຽດນາມ ​ແລະ EU ​ເຊິ່ງດຳ​ເນີນ​ໄປຢູ່​ບຣຸດ​ແຊນ, ລາຊະ​ອານາຈັກ​ແບນ​ຊິກ ​ໃນ​ວັນ​ທີ 19/01/2015. ບົນຈິດ​ໃຈ​ກົງ​ໄປ​ກົງ​ມາ ​ແລະ ສ້າງສັນ, 2 ຝ່າຍ​ໄດ້​ແລກປ່ຽນ​ຫຼາຍ​ບັນຫາທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາ​ກ່ຽວ​ກັບສິດທິ​ມະນຸດ, ສິດ​​ເສລີ​​ໃນ​ການ​ປາກ​ເວົ້າ, ​ສິດເສລີ​ທາງອິນ​ເຕີ​ແນັດ, ​ສິດເສລີ​ທາງ​ດ້ານ​ສື່ສານ ກໍ່​ຄື​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ສິດທິ​ມະນຸດ…

        ສິ້ນ​ສຸດ​ການ​ເຈລະຈາ, ຝ່າຍ EU ຕີ​ລາຄາ​ສູງ​ຄຸນ​ນະພາ​ບບັນດາ​ການ​ແລກປ່ຽນ​ກົງ​ໄປ​ກົງ​ມາ, ສ້າງສັນ, ມີ​ຜົນ​ປະ​ໂຫຍ​ດ ກໍ່​ຄື​ຮັບ​ຮູ້​ບັນດາ​ຄວາມກ້າວ​ໜ້າຫຼາຍ​ດ້ານ ​ເຊິ່ງຫວຽດນາມ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ 2 ປະ​ເທດຈະ​ສືບ​ຕໍ່​ເຈລະຈາ​ບົນ​ຈິດ​ໃຈ​ສ້າງສັນ ​ແລະ ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ”.

ຂ່າວ/ບົດ​ອື່ນ