EU ຮັບຮອງເອົາກົນໄກຈັດວາງລະດັບເພດານຂອງລາຄາອາຍແກັດ

(VOVWORLD) - ນີ້ໄດ້ຮັບຖືວ່າ ແມ່ນມາດຕະການຫຼ້າສຸດ ແລະ ກໍ່ຍາກທີ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ, ເຊິ່ງບັນດາປະເທດສະມາຊິກ ອີຢູ ຍົກອອກມາໃນຄວາມມານະພະຍາຍາມຄວບຄຸມລາຄາອາຍແກັດ...

ຕາມຂໍ້ຕົກລົງໂດຍລັດຖະມົນຕີກະຊວງພະລັງງານຂອງບັນດາປະເທດ ອີຢູ ຍົກອອກມາພາຍຫຼັງກອງປະຊຸມໃນວັນທີ 19 ທັນວາ, ຢູ່ ບຣຸກແຊນ, ລະດັບລາຄາເພດານຂອງອາຍແກັດ ໂດຍສະຫະພາບເອີລົບ ຈັດວາງຈະແມ່ນ 180 ເອີໂຣ/ເມກາວັດ.

        ນີ້ໄດ້ຮັບຖືວ່າ ແມ່ນມາດຕະການຫຼ້າສຸດ ແລະ ກໍ່ຍາກທີ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ, ເຊິ່ງບັນດາປະເທດສະມາຊິກ ອີຢູ ຍົກອອກມາໃນຄວາມມານະພະຍາຍາມຄວບຄຸມລາຄາອາຍແກັດ, ຜ່ານນັ້ນ ກໍ່ຢຸດຕິວິກິດການດ້ານພະລັງງານໂດຍໄວ. ລະດັບລາຄາເພດານ 180 ເອໂຣ/ເມກາວັດ ໄດ້ຮັບຮອງເອົາກໍ່ຕ່ຳກ່ວາຫຼາຍ, ເທົ່າກັບ ½ ລະດັບລາຄາເພດານ 275 ເອີໂຣ/ເມກາວັດ ເຊິ່ງຄະນະກຳມະການ ເອີລົບ ສະເໜີໃນທ້າຍເດືອນ ພະຈິກ 2022.

        ອີຢູ ຈະຈັດວາງລະດັບລາຄາເພດານຂອງ ອາຍແກັດ ຢ່າງເປັນທາງການນັບແຕ່ວັນທີ 15 ກຸມພາ 2023, ແຕ່ເຖິງຢ່າງໃດກໍ່ຕາມ, ຄະນະກຳມະການເອີລົບ ຈະຢຸດຕິການຈັດວາງລະດັບລາຄາເພດານໃນທັນທີ ຖ້າຫາກມີການຕີລາຄາມາດຕະການນີ້ໄດ້ນຳມາເຊິ່ງບັນດາຜົນຮ້າຍຢ້ອນຫຼັງທີ່ຫຍໍ້ທໍ້ກ່ວາຫຼາຍໃຫ້ແກ່ບັນດາປະເທດ ເອີລົບ, ຄືເລື່ອງແຫຼ່ງສະໜອງຖືກຕັດຕອນ, ສົ່ງຜົນກະທົບເຖິງກົນໄກໜູນຊ່ວຍອາຍແກັດ ລະຫວ່າງປະເທດຕ່າງໆ ຫຼື ເຮັດໃຫ້ບັນດາຄວາມມານະພະຍາຍາມຫລຸດລາຄາ ອາຍແກັດ ຢູ່ ເອີລົບ ຖືກຜົນສະທ້ອນ.

ຕອບກັບ

ຂ່າວ/ບົດ​ອື່ນ