EU ຮຽກຮ້ອງແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ

EU ຮຽກຮ້ອງແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ - ảnh 1
ທ່ານ​ນາງ Federica Mogherini ​
(ພາບປະກອບອີນເຕີແນັດ)


(vovworld) – ວັນ​ທີ 06/11, ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິ​ດຊອບ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ (EU) ທ່ານ​ນາງ Federica Mogherini ​ໄດ້​ຮຽກ​ຮ້ອງ​ໃຫ້​ຈີນ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແກ້​ໄຂ​ບັນດາ​ການຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເຄົາລົບ​ກົດໝາຍ​ສາກົນ. ກ່າວ​ຄຳ​ເຫັນ​ທີ່​ການປະຊຸມ​ຂ່າວ ພາຍຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເວທີ​ປາ​ໄສ​ຄູ່​ເຈລະ​ຈາ​ອາຊີ - ​ເອີ​ລົບ (ASEM) ​ຢູ່ Luxembourg, ທ່ານ​ນາງ Mogherini ​​ໄດ້​​ເວົ້າ​ວ່າ “ພວກ​ຂ້າພະ​ເຈົ້າ​ຄັດຄ້ານ​ບໍ່ວ່າການ​ກະທຳ​ໃດ​ທີ່​ຮຽກ​ສິດ​ອະ​ທິປະ​ໄຕ​ຜືນ​ແຜ່ນ​ດິນ ​ຫຼື ນ່ານທະ​ເລ​ຜ່ານ​ການ​ນາບ​ຂູ່, ບິ​ບັງຄັບ, ນຳ​ໃຊ້​ອາວຸ​ດ ​ຫືຼ ບໍ່​ວ່າການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ໃດໆ​ກໍ​​​ເຮັດ​ໃຫ​້ຄວາມ​ຂັດ​ແຍ້​ງຂຶ້ນຕື່ມ​”. ກ່ອນ​ໜ້າ​ນັ້ນ, ທີ່​ການ​ພົບ​ປະລະ​ຫວ່າງ​ທ່ານ​ນາງ Mogherini ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Fumio Kishida ​ເມື່ອ​ວັນ​ທີ 04/11, 2 ຝ່າຍ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ເລື່ອງ​ແກ້​ໄຂ​ການ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ​ຕາມ​ກົດໝາຍ​ສາກົນ. ທ່ານ​ນາງ Mogherini ​ເນັ້ນ​ນັກ​ວ່າ, EU ພວມ​ຕິດ​ຕາມ​ສະພາບ​ການ​ຢູ່​ເຂດ​ທະ​ເລ​ດັ່ງກ່າວຢ່າງ​ໃກ້​ຊິດ.

ຂ່າວ/ບົດ​ອື່ນ