EU ຮຽກຮ້ອງໃຫ້ລັດເຊຍ ຮ່ວມມືຢຸດຕິການໃຊ້ ຄວາມຮຸນແຮງຢູ່ທິດ ຕາເວັນອອກ ຢູແກຼນ

EU ຮຽກຮ້ອງໃຫ້ລັດເຊຍ ຮ່ວມມືຢຸດຕິການໃຊ້ ຄວາມຮຸນແຮງຢູ່ທິດ ຕາເວັນອອກ ຢູແກຼນ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 28/05, ສະຫະ​ພາບ​ເອີ​ລົບ (EU) ​ໄດ້​ຮຽກຮ້ອງ​ໃຫ້​ລັດ​ເຊຍ ຮ່ວມ​ມື​ໃນ​ການ​ຢຸດຕິ​ການ​ປະ​ທະ​ກັນ​ຢູ່​ເຂດທິດຕາ​ເວັນ​ອອກ ຢູ​ແກຼນ. ​ໃນ​ຖະ​ແຫຼ​ງການ​ທີ່​ໄດ້​ຍົກ​ອອກ​ມາ ພາຍ​ຫຼັງກອງ​ປະຊຸມ​ຢູ່​ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ການ​ນຳ 28 ປະ​ເທດ​ສະມາຊິກ EU ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ລັດ​ເຊຍ ຈະ​ຮ່ວມ​ມື​ກັບ​ປະທານາທິບໍດີ ຫາ​ກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຖືກ​ຕ້ອງຕາມ​ກົດໝາຍ ຂອງ​ຢູ​ແກຼນ ທ່ານ Petro Poroshenko ​ແລະ ນຳ​ໃຊ້​ອິດ​ທິພົນ​ສຳລັບ​ກຳລັງ​ປ້ອນ​ກັນ​ຕົວ​ທ້​ອງຖິ່ນ​ຢູ່ທິດຕາ​ເວັນ​ອອກ ຢູ​ແກຼນ ​ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ດັ່ງກ່າວ. EU ກໍ່​ສົ່ງ​ເສີມ​ລັດ​ເຊຍ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ​ເປີດ​ເຜີຍ, ພ້ອມ​ທັງ​ສືບ​ຕໍ່​ຖອນ​ທະຫານ​ອອກ​ຈາກ​ເຂດ​ຊາຍ​ແດນ​ຕິດ​ກັບ​ຢູ​ແກຼນ.

        ປະຕິກິລິຍາ​ຕໍ່​ການ​ກະທຳ​ດັ່ງກ່າວ, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ຖະ​ແຫຼ​ງວ່າ ປະ​ເທດ​ນີ້ ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ພາລະ​ກອນ​ໜູນ​ຊ່ວຍເຖິງທິດຕາ​ເວັນ​ອອກ ຢູ​ແກຼນ.

ຂ່າວ/ບົດ​ອື່ນ