EU ເປີດກວ້າງບັນຊີລາຍຊື່ລົງໂທດຊີຣີ

EU ເປີດກວ້າງບັນຊີລາຍຊື່ລົງໂທດຊີຣີ - ảnh 1
EU ເປີດກວ້າງບັນຊີລາຍຊື່ລົງໂທດຊີຣີ
(ພາບ: alaraby)

(vovworld) - ​ວັນ​ທີ 14/11, ສະ​ຫະ​ພາບ​ເອີ​ລົບ (EU) ໄດ້​ເປີດ​ກວ້າງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຊີ​ຣີ ເມື່ອ​​ນຳ​ເອົາລັດ​ຖະ​ມົນ​ຕີຂອງ​ອຳ​ນາດ​ການ​ປົກ​ຄອງ​ Damascus ແລະ ການ​ນຳ​ທະ​ນາ​ຄານ​ສູນ​ກາງ​ຊີ​ຣີ 17 ຄົນ, ເຂົ້າ​​ໃນບັນ​ຊີ​​ລາຍ​ຊື່ຫ້າມ​ເຂົ້າ​ເມືອງ ແລະ ປິດ​ລ້ອມ​ຊັບ​ສົມ​ບັດ. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ຂອງ EU ​ເພື່ອແນ​ໃສ່​ລົງ​ໂທດ​ປະ​ທາ​ນາ​ທິ​ບໍ​ດີ​ຊີ​ຣີ Bashar al Assad. ໃນ​ຖະ​ແຫຼງ​ການ​ໜຶ່ງ, EU ຊີ້​ແຈ້ງວ່າ ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຈະ​ຍົກ​ຈ​ຳ​ນວນ​​ບຸກ​ຄົນ​ຢູ່​ຊີ​ຣີ ຖືກ​ກຸ່ມນີ້​ຫ້າມ​ເຂົ້າ​ເມືອງ ແລະ ປິດ​ລ້ອມ​ຊັບ​ສົມ​ບັດ​ຂຶ້ນ​ເຖິງ 234 ຄົນ. ປະ​ຈຸ​ບັນ, ມີ 69 ​ອົງ​ການກໍ່​ຖືກ EU ປິດ​ລ້ອມ​ຊັບ​ສົມ​ບັດ. ນອກ​ຈາກນັ້ນ, EU ກໍ່ພວມ​ຈັດ​ວາງ​​ການ​ລົງ​ໂທດສຳ​ລັບ​ຊີ​ຣີ, ໃນ​ນັ້ນ​ມີ​ບັນ​ດາ​ຄຳ​ສັ່ງ​ຫ້າ​ມ​ອາ​ວຸດ, ນ້ຳ​ມັນບໍ່ ກໍ​ຄື​ບັນ​ດາ​ມາດ​ຕະ​ການ​​ຈຳ​ກັດ​ການ​ລົງ​ທຶນ. ບັນ​ດາ​ມາ​ດ​ຕະ​ການ​ເປີດກວ້າງ​ການ​ລົງ​ໂທດນີ້ ​ທີ່ໄດ້​ຮັບ​ການ​ຕໍ່​ກຳ​ນົ​ດ​ເວ​ລາ​ໃນ​ເດືອນ 05 ຜ່ານ​ມາ ແລະ ມີ​ຜົນ​ສັກ​ສິດ​​ເຖິງ​ວັນ​ທີ 01/06/2017.

ຂ່າວ/ບົດ​ອື່ນ