EU ເລັ່ງລັດບັນດາຝ່າຍທີ່ກ່ຽວຂ້ອງແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ

EU ເລັ່ງລັດບັນດາຝ່າຍທີ່ກ່ຽວຂ້ອງແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ - ảnh 1
ທ່ານ​ນາງ Federica Mogherini
(ພາບ: Euractiv)

(vovworld) - ວັນ​ທີ 15/07, ສະ​ຫະ​ພາບ​ເອີ​ລົບ (EU) ໄດ້​ອ​ອກ​ຖະ​ແຫຼງ​ການ​​ເລັ່ງ​ລັດ​ຈີນ ແລະ ຟີ​ລິບ​ປີນ ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ຕາ​ເວັນ​ອອກ ໂດຍ​​ສັນ​ຕີ​ວິ​ທີ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ ພາຍ​ຫຼ​ັງ PCA ຍົກອອກ​ຄຳ​ຕັດ​ສິນ​ກ່ຽວ​ກັບ​ກໍ​ລະ​ນີ​ຟີ​ລ​ິ​ບ​ປີນ ຮ້ອງ​ຟ້ອງ ຈີນ ກ່ຽວ​ຂ້ອງ​ເຖິງ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເປັນ​ເວ​ລາ 3 ວັນ, ຕາມນັ້ນ​ແລ້ວ PCA ໄດ້​ປະ​ຕິ​ເສດ​ຄຳ​ຮຽກ​ສິດ​ອະ​ທິ​ປະ​ໄຕ​ຂອ​ງ​ປັກ​ກິງ ຢູ່​ເຂດ​ທະ​ເລນີ້. ໃນ​ຖະ​ແຫຼງ​ການ, ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ພົວ​ພັນ​ຕ່າງ​ປະ​ເທດ​ຂອງ EU, ທ່ານ​ນາງ Federica Mogherini ຢືນ​ຢັນ​ວ່າ, ບັນ​ດາ​ສະ​ມາ​ຊິກ​ໃນ​ກຸ່ມ​ມີິ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ຄຳ​ຕັດ​ສິນ​ຂອງ PCA. EU ເນັ້ນ​ໜັກ​ວ່າ, ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ.

ຂ່າວ/ບົດ​ອື່ນ