EU ເຫັ​ນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ວັ​ນ​ເວ​ລາ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈ​າ​ດ້ານ​ການ​ຄ້າ​ກັບ ອັງ​ກິດ

(VOVWORLD) -ວັນທີ 13 ທັນວາ, ຢູ່ກອງປະຊຸມສຸດຍອດສະຫະພາບ ເອີລົບ (EU) ຢູ່ Brussels (ປະເທດ ແບນຊີກ), ການນຳ 27 ປະເທດສະມາຊິກ ໄດ້ເຫັນດີເປັນເອກະພາບເລີ່ມຕົ້ນການເຈລະຈາດ້ານການຄ້າກັບອັງກິດ ພາຍຫຼັງຂໍ້ຕົກລົງ ອັງກິດຖອນຕົວອອກຈາກ EU (Brexit) ໄດ້ຮັບການໃຫ້ສັດຕະຍາບັນ ແລະ ປະຕິບັດ.
EU ເຫັ​ນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ວັ​ນ​ເວ​ລາ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈ​າ​ດ້ານ​ການ​ຄ້າ​ກັບ ອັງ​ກິດ - ảnh 1ການນຳບັນດາປະເທດສະມາຊິກ EU (ພາກ: THX/TTXVN) 

ໃນການເຈລະຈາດ້ານການຄ້າກັບອັງກິດ ທີ່ຈະມາເຖິງນີ້, ພິເສດ EU ຈະເອົາໃຈໃສ່ເຖິງອັນທີ່ເອີ້ນວ່າບັນດາມາດຕາທີ່ມີຄວາມສະເໝີພາບເພື່ອຮັບປະກັນການແກ້ງແຍ້ງຢ່າງຍຸຕິທຳ.

        ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ ບໍ່ໄດ້ເຂົ້າຮ່ວມກອງປະຊຸມນີ້ ຍ້ອນວ່າມີການປ່ອນບັດໃນວັນທີ 12 ທັນວາ ຢູ່ ອັງກິດ. ກ່ອນໜ້ານັ້ນ, ໃນຖະແຫຼງການສະແດງຄວາມຊົມເຊີຍຕໍ່ໄຊຊະນະຂອງທ່ານ Johnson ໃນການເລືອກຕັ້ງດັ່ງກ່າວ, ທ່ານ Charles Michel ປະທານສະພາ ເອີລົບ ໄດ້ຖະແຫຼງວ່າ EU ພ້ອມແລ້ວທີ່ຈະເຈລະຈາກັບ ອັງກິດ ເພື່ອຮັບປະກັນໃຫ້ແກ່ການສ້າງການພົວພັນສອງຝ່າຍໃຫ້ແໜ້ນແຟ້ນຕື່ມອີກໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ