EU ເຫັນ​ດີ​ເລື່ອນ Brexit ໄປຈົນ​ເຖິງ ວ​ັ​ນ​ທີ 22 ພຶດ​ສະ​ພາ ຖ້າ​ຫາກວ່າ ​​ສະ​ພາ ອັງ​ກິດ ສະ​ໜັບ​ສະ​ໜູນ ຂໍ້​ຕົກ​ລົງ ຂອງ ທ່ານ​ນາງ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ

(VOVWORLD) - ສະຫະພາບເອີລົບ (EU) ໄດ້ເຫັນດີໂດຍ ອະນຸຍາດໃຫ້ ລາຊະອານາຈັກ ອັງກິດ ເລື່ອນການກຳນົດເວລາ ຖອນຕົວອອກຈາກ EU ( ຫຼືເອີ້ນວ່າ Brexit)
 EU ເຫັນ​ດີ​ເລື່ອນ Brexit ໄປຈົນ​ເຖິງ ວ​ັ​ນ​ທີ 22 ພຶດ​ສະ​ພາ ຖ້າ​ຫາກວ່າ ​​ສະ​ພາ ອັງ​ກິດ ສະ​ໜັບ​ສະ​ໜູນ ຂໍ້​ຕົກ​ລົງ ຂອງ ທ່ານ​ນາງ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ - ảnh 1  EU ເຫັນດີເລື່ອນ Brexit ໄປຈົນເຖິງ ວັນທີ 22 ພຶດສະພາ ຖ້າຫາກວ່າ ສະພາ ອັງກິດ ສະໜັບສະໜູນ ຂໍ້ຕົກລົງ ຂອງ ທ່ານນາງ ນາຍົກລັດຖະມົນຕີ ອັງກິດ(ພາບ: Politico EU)

ຖ້າຫາກວ່າ ບັນດາສະມາຊິກລັດຖະສະພາຂອງ ອັງກິດ ປ່ອນບັດສະໜັບສະໜູນ ຮ່າງຂໍ້ຕົກລົງຂອງທ່ານນາງນາຍົກລັດຖະມົນຕີ Theresa May ໃນອາທິດໜ້າ. ຕາມຮ່າງບົດສະຫຼຸບທີ່ມີຢູ່ໃນອົງການສື່ມວນຊົນຈຳນວນໜຶ່ງ, ໃນວັນທີ 21 ມີນາ, ການນຳ ຂອງ 27 ປະເທດສະມາຊິກ EU ໄດ້ຖະແຫຼງວ່າ: ເຂົາເຈົ້າກະກຽມເປີດກ້ວາງມາດຕາ 50 ກ່ຽວກັບວິວັດການຖອນຕົວອອກຈາກ ສະຫະພາບຈົນເຖິງ ວັນທີ 22 ພຶດສະພາ, ເພື່ອລາຊະອານາຈັກ ອັງກິດ ມີເວລາກະກຽມໃຫ້ແກ່ການ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ