EU ແລະ ຍີ່​ປຸ່ນ ຮ່ວມ​ມື​ເພື່ອ​ມະ​ຫາ​ສະ​ໝຸດ​ອິ​ນ​ເດຍ - ປາ​ຊີ​ຟິກ ເສ​ລີ ແລະ ເປີດກວ້າງ

(VOVWORLD) -ໃນວັນທີ 29 ພະຈິກ, ທີ່ການໂອ້ລົມທາງໂທລະສັບ, ທ່ານປະທານສະພາເອີລົບ (EC) Charles Michel ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio ໄດ້ເຫັນດີເປັນເອກະພາບຮ່ວມມືໃນຄວາມມານະພະຍາຍາມປະຕິບັດຫັນເຂດມະຫາສະໝຸດອິນເດຍ - ປາຊີຟິກ ເປັນເສລີ ແລະ ເປີດກວ້າງ.

EU ແລະ ຍີ່​ປຸ່ນ ຮ່ວມ​ມື​ເພື່ອ​ມະ​ຫາ​ສະ​ໝຸດ​ອິ​ນ​ເດຍ - ປາ​ຊີ​ຟິກ ເສ​ລີ ແລະ ເປີດກວ້າງ - ảnh 1ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio (ພາບ: AFP/TTXVN)

ໃນການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຈີນ ແລະ ສປປ.ເກົາຫຼີ, ພ້ອມທັງຢັ້ງຢືນຈະຮ່ວມມືໃນບັນດາບັນຫາທົ່ວໂລກ ຄືການປ່ຽນແປງຂອງດິນຟ້າອາກາດ. ການໂອ້ລົມທາງໂທລະສັບ ລະຫວ່າງການນຳຍີ່ປຸ່ນ ແລະ ທ່ານ Charles Michel ໄດ້ດຳເນີນ ຍ້ອນແຜນການໄປຢ້ຽມຢາມ ໂຕກຽວ ໃນວັນທີ 29 ພະຈິກ ຂອງຜູ້ນຳໜ້າ EC ຖືກໂຈະໄວ້ ຍ້ອນສະມາຊິກທ່ານໜຶ່ງຂອງ ຄະນະຜູ້ແທນ EC ຖືກຕິດເຊື້ອພະຍາດໂຄວິດ - 19.

EU ແລະ ຍີ່ປຸ່ນ ລ້ວນແຕ່ຖື ມະຫາສະໝຸດອິນເດຍ - ປາຊີຟິກ ເປັນສຳຄັນ. EU ໄດ້ໃຫ້ຂໍ້ສັງເກດວ່າ: ປັດຈຸບັນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ແມ່ນຈຸດໃຈກາງຂອງໂລກ ກ່ຽວກັບພູມສາດ - ເສດຖະກິດ ແລະ ພູມສາດການເມືອງ, ໃນນັ້ນ ບໍ່ວ່າການຂາດວັກຂາດຕອນໃດເກີດຂຶ້ນກໍ່ລ້ວນແຕ່ ສາມາດສົ່ງຜົນກະທົບໂດຍກົງເຖິງບັນດາຜົນປະໂຫຍດຂອງ EU

ຕອບກັບ

ຂ່າວ/ບົດ​ອື່ນ